ຈີນ​ເລີ່ມ​ສ້າງ​ລະ​ບົບ​ປະ​ກາດ​ຂ່າວ​ເຕືອນ​ໄພ​ສາ​ທາ​ລະ​ນະ​ສຸກ​ເສີນ​ແຫ່ງ​ຊາດ

(GMT+08:00) 2011-11-23 14:51:01     cri
ວັນ​ທີ 22 ພະຈິກ​ນີ້, ກົມ​ອຸຕຸນິຍົມ​​ແຈ້ງວ່າ, ຈີນຈະ​ເລີ່​ມສ້າງ​ລະບົບ​ປະກາດ​ຂ່າວ​​ເຕືອນ​​ໄພ​ສາທາ​ລະນະ​ສຸກ​ເສີນ​ແຫ່ງ​ຊາດຢ່າງ​ເປັນ​ທາງ​ການ. ລະບົບ​ດັ່ງກ່າວ​ຈະ​ສ້າງ​ສຳ​ເລັດ​​ແລະ​ເລີ່​ມ​ປະຕິບັດ​ຕົວ​ຈິງໃນ​ທ້າຍ​ປີ 2012.

ທ່ານ​ຊຸ່ນຈ້ຽນ, ຫົວໜ້າ​ສູນ​ບໍລິຫານ​ອຸຕຸນິຍົມ​ສາທາລະນະ​ຂອງ​ກົມ​ອຸ​ຕຸ​ນິຍົມ​ຈີນ​ແນະນຳ​ວ່າ, ​ເມື່ອລະບົບ​ດັ່ງກ່າວ​ສ້າງ​ສຳ​ເລັດ​ແລ້ວ, ຈະ​ຮັບ, ​ແກ້​ໄຂ​ແລະ​ປະກາດ​ຂ່າວ​ເຕືອນ​​ໄພ​ສາທາລະນະ​ສຸກ​ເສີນ​ 4 ປະ​ເພດ​ຢ່າງ​ທັນ​ການ, ​ເຊັ່ນ: ​ໄພ​ທຳ​ມະ​ຊາດ, ​ເຫດການ, ​ເຫດການ​ສາທາ​ລະນະ​ແລະ​ເຫດການ​ຄວາມ​ປອດ​ໄພທາງ​ສັງ​ຄົມ​ເປັນ​ຕົ້ນ, ຮັບ​ປະ​ກັນ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ແລະ​ປະຊາຊົນ​ໃນສັງຄົມ​ສາມາດ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ໃນ​ການ​ເຕືອນ​ໄພ​ຢ່າງ​ທັນ​ການ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ​ຢ່າງ​ຂະໜາດ​​ໃຫຍ່​ທີ່​ສຸດ.

ລະບົບ​ປະກາດ​ຂ່າວ​​ເຕືອນ​​ໄພ​ສາທາລະນະ​ສຸກ​ເສີນ​ແຫ່ງ​ຊາດທີ່​ສ້າງ​ສຳ​ເລັດ​ນັ້ນ​ຈະ​ບັນລຸ​ອັດຕາ​ສາທາ​ລະ​ນະ​ຊົນ​ເຖິງ 82%, ຮັບປະກັນ​​ໃຫ້​ປະຊາຊົນ​ໄດ້​ຮັບຮູ້​ຂ່າວ​ເຕືອນ​ໄພ​ພາຍ​ໃນ 10 ນາທີ​ຫຼັງຈາກ​ລະບົບ​ປະກາດ​ຂ່າວ​​ຕ່າງໆເຕືອນ​ໄພ​ແລ້ວ ​ໂດຍ​ຜ່ານ​ທາງວິທະຍຸ, ​ໂທລະພາບ, ​ເວັບ​ໄຊ, ຂໍ້​ຄວາມ​ສັ້ນ​​ໂທລະສັບມືຖື, ຈໍ​ໃຫຍ່​ເອເລັກ​ໂຕຼນິກ​ແລະ​ໂທລະ​ໂຄ່ງ​ທີ່​ຕິດ​ຕັ້ງ​ໃນ​ເຂດ​ຊົນນະບົດ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ