ຜູ້ຕາງໜ້າ​ຈີນຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ສ້າງ​ເງື່ອນ​ໄຂ​​ເພື່ອ​ຜ່ອນຄາຍ​ສະຖານະ​ການຄວາມ​ເຄັ່ງ​ຕຶງ​ຂອງ​ຊີຣີ

(GMT+08:00) 2011-11-23 13:14:02     cri
ວັນ​ທີ22​ພະຈິກ​ນີ້, ທ່ານ​ວາງ​ມິນ ຮອງ​ຜູ້ຕາງໜ້າ​ຂອງ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ​ການ​ນຳໃຊ້​ມະຕິ​ຈຳ​ແນກປະ​ເທດ​​ເພື່ອໃຊ້​ຄວາມ​ກົດ​ດັນ​ແມ່ນ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ, ປະຊາ​ຄົມ​ໂລກ​ຄວນ​ເສີມ​ຂະຫຍາຍ​ບົດບາດ​​ເຂົ້າ​ໃນ​ທາງສ້າງສັນ, ​ສ້າງ​ເງື່ອນ​ໄຂ​​ເພື່ອ​ຜ່ອນຄາຍ​ສະຖານະ​ການຄວາມ​ເຄັ່ງ​ຕຶງ​ຂອງ​ຊີຣີ.

ມື້​ດຽວ​ກັນ, ຄະນະ​ກຳ​ມາ​ທິການ​ທີ3​ຂອງສະຫະ​ປະຊາ​ຊາດ​ທີ່​ຮັບຜິດຊອບ​ວຽກ​ງານ​ສັງຄົມ, ມະນຸດສະທຳ​ແລະ​ວັດທະນະທຳ ​ໄດ້​ປ່ອນ​ບັດຜ່ານ​ຮ່າງ​ມະຕິ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຂອງ​ຊີຣີ. ສ່ວນຈີນ​ໄດ້​ສະຫຼະ​ສິດ​ໃນ​ການ​ປ່ອນ​ບັດ.

​ພາຍຫຼັງ​ການ​ປ່ອນ​ບັດ, ທ່ານ​ວາງ​ມິນ​ໄດ້​ປະກອບ​ຄຳ​ເຫັນ​ລັກສະນະ​ອະທິບາຍ​ວ່າ, ຈີນ​ເຫັນ​ໂດຍ​ຕະຫຼອດ​ວ່າ, ການດຳ​ເນີນ​ການ​ສົນທະນາ​​ເຂົ້າ​ໃນ​ທາງສ້າງສັນ​ແລະ​ຮ່ວມ​ມື​ກັນ​ແມ່ນ​ຊ່ອງ​ທາງ​ທີ່ຖືກຕ້ອງ​ພຽງ​ໜຶ່ງ​ດຽວ​​ໃນການ​ຊຸກ​ຍູ້​ແລະ​ປົກ​ປ້ອງ​ສິດທິ​ມະນຸດ, ການ​ນຳ​ໃຊ້​ມະຕິ​ຈຳ​ແນ​ກປະ​ເທດ​ເພື່ອ​ໃຊ້​ຄວາມ​ກົດ​ດັນ​​ແມ່ນບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ຄວາ​ມຂັດ​ແຍ່ງ. ທ່ານ​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງຕໍ່​ສະຖານະ​ການ​ຊີຣີ​ໃນ​ປະຈຸ​ບັນ​ນີ້​, ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ໃນ​ຊີຣີຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ທັນທີ, ​ລິ​ເລີ່​ມຂະ​ບວນການທາງ​ການເມືອງ​ທີ່​ມີ​ລັກສະນະ​ໂອບອ້ອມ​ແລະ​ດຸນ​ດ່ຽງ​ໂດຍ​ໄວ, ຟື້ນ​ຟູ​ສະຖຽນ​ລະ​ພາບ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ປະ​ເທດ​ໂດຍ​ໄວ. ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ແຜນການ​​ໄກ່​ເກ່ຍຂອງ​ສັນນິບາດ​ອາຣັບ. ປະຊາ​ຄົມ​ໂລກ​ຄວນ​ເສີມ​ຂະຫຍາຍ​ບົດບາດ​​ເຂົ້າ​ໃນ​ທາງ​ທີ່ສ້າງສັນ, ສ້າງ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ຜ່ອນຄາຍ​ສະພາບຄວາມ​ເຄັ່ງ​ຕຶງ​ຂອງ​ຊີຣີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ