ຈີນ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະ​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ທົ່ວ​ໂລກ

(GMT+08:00) 2011-11-23 17:40:30     cri
ແຕ່​ທ້າຍ​ເດືອນ​ພະຈິກ​ຫາ​ຕົ້ນ​ເດືອນ​ທັນວາປີ2011​ນີ້,ກອງ​ປະຊຸມ​ສະຫະ​ປະຊາຊາດກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຈະ​ຈັດ​ຂຶ້ນຢູ່​ເດີ​ບານ​ຂອງປະ​ເທດ​ອາ​ຟຣິ​ກາ​ໃຕ້.ວັນ​ທີ22​ພະຈິກ​ນີ້,ຈີນ​ໄດ້​ເຜີຍ​ແຜ່​ປື້ມ​ປົກ​ຂາວ​"ນະ​ໂຍ​ບາຍ​ແລະ​ການ​ປະ​ຕິ​ບັດ​ງານ​ຂອງ​ຈີນ​​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ປີ​2011".​ກ່ຽວ​ກັບ​ເລື່ອງ​ນີ້,​ທ່ານ​ເຊ້​ເຈີ້ນ​ຮວາ,​ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ໄດ້​ແນະ​ນຳ​ໝາກ​ຜົນ​ທີ່​ໄດ້​ຮັບ​ໃນ​ປະ​ຈຸ​ບັນ​ແລະ​ມາດ​ຕະ​ການ​ທີ່​ຈະ​ໃຊ້​ໃນ​ອະ​ນາ​ຄົດ​ຂອງ​ຈີນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,​ແລະ​ໄດ້​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ເວລາ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສາ​ກົນ​ດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.​ທ່ານ​ກ່າວ​ວ່າ,​ຈີນ​ຈະ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ທົ່ວ​ໂລກ.

ຈີນ​ພວມ​ຢູ່​ໃນ​ໄລຍະ​ການ​ພັດທະນາ​ທີ່​ຫັນ​​ເປັນ​​ອຸດສາຫະກຳ​ແລະ​ຫັນ​ເປັນ​​ຕົວ​ເມືອງ,ຄຽງ​ຄູ່​ກັບການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ,​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ກໍ​ພວມ​ຢູ່​ໃນ​ໄລຍະ​ເພີ່ມ​ຫຼາຍ​ຂຶ້ນ.​ໃນ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​5​ປີ​ສາມ​ສະ​ບັບ ຄື​ໃນ​ໄລຍະ​ແຕ່​ປີ 2000​ຫາ​ປີ​2015,​ຈີນ​ລ້ວນ​ແຕ່​ໄດ້​ວາງ​ມາດ​ຕະກ​ານ​ຫຼາຍ​ຢ່າງ,​ຄື:​ປະ​ຢັດ​ພະ​ລັງ​ງານ,​ຍົກ​ສູງ​ສະ​ມັດ​​ຖະ​ພາບ​ການ​ນຳ​ໃຊ້​ພະ​ລັງ​ງານ​ໃຫ້​ສູງ​ຂຶ້ນ,​ພັດ​ທະ​ນາ​ພະ​ລັງ​ງານ​ທີ່​ເກີດ​ໃໝ່​ໄດ້ດັ່ງ​ນີ້​ເປັນ​ຕົ້ນ.

ທ່ານ​ເຊ້​ເຈີ້ນ​ຮວາບ​ອກ​ໃຫ້​ຮູ້​ວ່າ:"ຈີນ​ບໍ່​ໄດ້ຮັບ​ເງິນ​ທຶນ​ແລະ​ເຕັກນິກ​ຈາກ​ພາຍ​ນອກ​ແຕ່​ຢ່າງ​ໃດ,​ແຕ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ບັດ​ຕົວ​ຈິງ​ແລ້ວ​ໃນ​ການ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ.​ໃນ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​5ປີ​​ຄັ້ງ​ທີ​11​ກຳ​ນົດ​ວ່າ​ຈະ​ເຮັດ​ໃຫ້​ການ​ສິ້ນ​ເປືອງ​ພະ​ລັງ​ງານ​ຂອງ​ຫົວ​ໜ່ວຍ​GDP​ຫຼຸດ​ລົງ​ປະ​ມານ​20%,​ດຽວ​ນີ້​ພວກ​ເຮົາ​ໄດ້​ຫຼຸດ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​1​ຕື້​500​ລ້ານ​ໂຕນ​ແລ້ວ".​ໃນ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​5​ປີ​ຄັ້ງ​ທີ​12​ກໍ່​ໄດ້​ວາງ​ຄາດ​ໝາຍ​ມາ​ວ່າ​ຈະ​ຫຼຸດ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ໃຫ້​ຕ່ຳ​ລົງ​17%,​ເທົ່າ​ກັບ​ຈະ​ຫຼຸດ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​1​ຕື້​500​ຫາ​1​ຕື້​600​ລ້ານ​ໂຕນ.​ອາດ​ເວົ້າ​ໄດ້​ວ່າ,​ໃນ​ໄລຍະ​ການ​ເຕີບ​ໂຕ​ເສດ​ຖະ​ກິດ,​ຈີນ​ໄດ້​ໃຊ້​ມາດ​ຕະ​ການ​ຢ່າງ​ຕັ້ງ ໜ້າ."

​ເມື່ອ​ກ່າວ​ເຖິງ​ກອງ​ປະຊຸມ​ຂອງ​ສະຫະ​ປະຊາ​ຊາດ​​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ ກາດທີ່​ຈະ​ຈັດ​ຂຶ້ນ​ຢູ່​ເດີ​ບານ,​ທ່ານ​ເຊ​ເຈີ້ນ​ຮວາ​ທີ່​ເປັນ​ຫົວ​ໜ້າ​ຄະ​ນະ​ຜູ່​ແທນ​ຈີນ​ກ່າວ​ວ່າ,ບັນ ຫາ​ກ່ຽວ​ກັບ​​ໄລຍະ​ຄຳ​ໝັ້ນ​ສັນ​ຍາ​ໄລ​ຍະ​ທີ​ສອງ​ຂອງ​ອະນຸ​ສັນ​ຍາ​ກຽວ​ໂຕ​ອາດ​ຈະ​ແມ່ນ​ບັນ ຫາ​ຈຸດ​ສຸມ​ຂອງ​ກອງ​ປະ​ຊຸມ​ເດີ​ບານ​ຄັ້ງ​ນີ້.​ທ່ານ​ກ່າວ​ວ່າ:​"ພວກ​ຂ້າ​ພະ​ເຈົ້າ​ຍຶດ​ໝັ້ນ​ຫຼັກ​ໝັ້ນ ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ,​ບັນ​ຫາ​ໄລຍະ​ຄຳ​ໝັ້ນ​ສັນ​ຍາ​ໄລ ຍະ​ທີ​ສອງ​ຂອງ​ອະ​ນຸ​ສັນ​ຍາ​ກຽວ​ໂຕ​ແມ່ນ​ບັນ​ຫາ​​ຂໍ​ກະ​ແຈ​ແລະ​ບັນ​ຫາ​ຈຸດ​ສຸມ​ຂອງ​ກົນ​ໄກ​ຫຼາຍ​ຝ່າຍ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,​ສະ​ນັ້ນ​ປະ​ເທດ​ຕ່າງໆ​ຄວນ​ປະ​ຕິ​ບັດ​ຕາມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ທີ່​ມີ​ຢູ່​ແລ້ວ​ແລະ​ເຮັດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕົວ​ຈິງ.​ອະ​ນຸ​ສັນ​ຍາ​ກຽວ​ໂຕ​ໄດ້​ສະ​ແດງ​ໃຫ້​ເຫັນ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ແລະ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ແຕ່​ບໍ່​ທໍ່​ກັນ,​ແມ່ນ​ສັນ​ຍາ​ຫຼາຍ​ຝ່າຍ​ອັນ​ສຳ​ຄັນ​ທີ່​ມີ​ຜົນ​ບັງ​ຄັບ​ໃຊ້​ດ້ານ​ກົດ​ໝາຍ,​ສະ​ນັ້ນ​ຕ້ອງ​ຍຶດ​ໝັ້ນ​ປະ​ຕິ​ບັດ,​ນີ້​ແມ່ນ​ພື້ນ​ຖານ​ແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ