ຢາ​ກາກ​ຕາ​​ເລິ່ມ​ໃຊ້ບັດປະຈຳຕົວ​​ແບບເອ​ເລັກ​ໂຕຼນິກຢ່າງຮອບດ້ານ

(GMT+08:00) 2011-11-23 15:55:10     cri

ຕາມ​ຂ່າວ​ຈາກ"ໜັງສືພິມ​ເສດຖະກິດລາຍ​ວັນ"ຂອງ​ອິນ​ໂດ​ເນ​ເຊຍ​ລາຍ​ງານວ່າ: ​ເພື່ອ​ຍົກ​ປະສິດທິ​ພາບ​ວຽກ​ງານ​ຕ່າງໆ​ໃຫ້​ສູງ​ຂຶ້ນ, ຮັບ​ໃຊ້​ປະຊາຊົນ​​ໃຫ້​ໄດ້ດີ​ກວ່າ​ເກົ່າ, ກະຊວງ​ພາຍ​ໃນ​ອິນ​ໂດ​ເນ​ເຊຍ​ຕົກລົງນຳ​ໃຊ້ບັດປະຈຳຕົວ​​ແບບເອ​ເລັກ​ໂຕຼນິກຢູ່​ນະຄອນຫຼວງ​ຢາ​ກາກ​ຕາ​ ​ຢ່າງຮອບດ້ານກ່ອນໝູ່.

ອີງ​ຕາມ​ແຜນການ, ວຽກ​ງານ​ດັ່ງກ່າວ​​ໄດ້​ເລິ່ມປະຕິ​ດບັດ​ໃນ​ເດືອນ​ສິງຫາ​ປີ​ນີ້​​ແລະຈະສຳ​ເລັດ​ທັງ​ໝົດ​ໃນ​ວັນ​ທີ 14 ທັນວາ​ປີ​ນີ້. ​ເບິ່ງ​ຈາກ​ຜົນ​ສະທ້ອນ​ເຫັນ​ວ່າ, ວຽກງານນີ້​ໄດ້ດຳ​ເນີນ​​ໄປຢ່າງ​ສະດວກ, ​ໃນ​ນັ້ນ ມາ​ຮອດ​ວັນ​ທີ 15 ພະ​ຈິກ​ນີ້,​ເຂດ​ຕາ​ເວັນ​ຕົກ​ຂອງນະຄອນຫຼວງ​ຢາ​ກາກ​ຕາ​ໄດ້​​ເບີກ​ບັດປະຈຳຕົວ​​ແບບເອ​ເລັກ​ໂຕຼນິກ​ໃຫ້​ປະຊາຊົນ​ໄປ​ແລ້ວ 7 ​ແສນ 8 ໝື່ນ 3 ພັນ​ບັດ, ກວມ 49,12% ຂອງ​ປະຊາກອນ​ທັງ​ໝົດ​​ໃນເຂດ​ດັ່ງກ່າວ.

ອີງ​ຕາມ​ຂໍ້​ມູນ​ຈາກກົມ​ສະຖິຕິ​ສູນ​ກາງ​ອິນ​ໂດ​ເນ​ເຊຍ, ​ຮອດ​ທ້າຍ​ປີ2010ຜ່ານ​ມາ, ຈຳນວນປະຊາກອນຢູ່ນະຄອນຫຼວງ​ຢາ​ກາກ​ຕາ​ມີ 8 ລ້ານ 9 ​ແສນ​ຄົນ, ຖ້າ​ບວກ​ກັບຈຳນວນປະຊາກອນ​​ເຄື່ອນ​ຍ້າຍ 2 ລ້ານ 5 ​ແສນ​ຄົນ ​ແລະ ປະຊາກອນ​ອື່ນໆ​ແລ້ວ, ຍອດ​ຈຳນວນປະຊາກອນ​ຢູ່​ນະຄອນຫຼວງຢາ​ກາກ​ຕາ​ຂອງ​ອິນ​ໂດ​ເນ​ເຊຍມີ​ຫຼາຍ​ກວ່າ 12 ລ້ານ​ຄົນ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ