ເຕັກ​ນິກ​ເຊື່ອມ​ຕໍ່​ລະຫວ່າງຍານ​ອະວະກາດ"ທ່ຽນ​ໂກ່ງ​ເລກ​1"​ແລະ"​ເຊີນ​ໂຈ່​ວ​ເລກ8"​ໄດ້​ຮັບສິດທິ​ບັດ 15 ລາຍການ​ໃນ​ງວດ​ທຳ​ອິດ

(GMT+08:00) 2011-11-23 16:00:40     cri

ຄຽງ​ຄູ່​ກັບ​ຍານ​ອະວະກາດ"ທ່ຽນ​ໂກ່ງ​ເລກ​1"​ແລະ"​ເຊີນ​ໂຈ່​ວ​ເລກ8"​ຂອງ​ຈີນ​​ເຊື່ອມ​ຕໍ່​ກັນ​ຢ່າງ​ສຳ​ເລັດ​ຜົນ, ວັນ​ທີ 22 ພະຈິກ​ນີ້, ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​​ແຫ່ງ​ລັດ​ຈີນ ​ແລະ ອົງການ​ປົກຄອງ​ນະຄອນ​ຊຽງ​ໄຮ​ໄດ້​ຈັດ​ພິທີ, ມອບ​ໃບ​ຢັ້ງຢືນ​ສິດທິ​ບັດ 15 ລາຍ​ການ​ໃນງວດ​ທຳ​ອິດ​ໃຫ້​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ການບິນ​ອະວະກາດຊຽງ​ໄຮ ​ເຊິ່ງ​ເປັນ​ອົງການ​ຄົ້ນຄວ້າ​ຜະລິດ​ການ​​ເຊື່ອມຕໍ່​ລະຫວ່າງ​ຍານ​ອະວະກາດ.

ຕາມຂ່າວ​ແຈ້ງວ່າ, ​ໃບ​ຢັ້ງຢືນ 15 ລາຍການ​ນີ້​ລວມທັງອຸປະກອນ​​ເຊື່ອມຕໍ່ລະຫວ່າງ​ຍານ​ອະວະກາດ ​ແລະ ຫ້ອງທົດ​ລອງອົງການ​ກັນ​ຊົນ​ເຊື່ອມ​ຕໍ່​ໃນ​ອະວະກາດ​ເປັນ​ຕົ້ນ.

ທ່ານ​ກ່າວ​ຊົ່ງທ່າວ ຫົວໜ້າພະ​ແນ​ກ​ຄົ້ນຄວ້າ​ທີ 805ຂອງສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ການບິນ​ອະວະກາດ​ຊຽງ​ໄຮ​​ແຈ້ງ​ໃຫ້​ຮູ້​ວ່າ, ​ໃນ​ຂະ​ບວນການ​ຄົ້ນຄວ້າ​ຜະລິດ​ການ​​ເຊື່ອມ​ຕໍ່​ໄດ້​ໃຊ້​ເວລາ​ເຖິງ 17 ປີ, ພະນັກງານ​ຄົ້ນຄວ້າ​ວິທະຍາສາດ​ດຳ​ເນີນ​ການ​ຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງ, ປະດິດ​ສ້າງ, ​ໄດ້​ຮັບ​ຜົນສຳ​ເລັດໃນ​ດ້ານ​ເຕັກນິກ​ທີ່ສຳຄັນ​ຕ່າງໆ ​ເຊັ່ນ, ​ເອົາ​ແບບ​ຕົວ​ຈິງ, ກະ​ແຈ​ຈັບ ​ແລະ ກະ​ແຈ​​ເຊື່ອມ​ຕໍ່​ເປັນ​ຕົ້ນ, ຮັບປະກັນ​ໜ້າ​ທີ່​ເຊື່ອມ​ຕໍ່​ໃນ​ອະວະກາດ​ສາມາດ​ໄ​ດ້ຮັບ​ຜົນສຳ​ເລັດ​ໃນ​ເທື່ອ​ດຽວ,ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມສາມາດ​ອັນ​​​ແນ່ນອນຂອງ​ເຕັກນິກ​​ເຊື່ອມ​ຕໍ່​​ໃນ​ອະວະກາດ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ