ຣັດ​ເຊຍ​ຈະ​​ໃຊ້​ທຸກມາດ​ຕະການ​ເພື່ອ​ຕໍ່ຕ້ານ​ແຜນການ​ປ້ອງ​ກັນລູກ​ສອນ​ໄຟ​ນຳ​ວິຖີ​ຂອງ​ອາ​ເມ​ລິ​ກາ.

(GMT+08:00) 2011-11-24 10:32:04     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ23 ພະຈິກ​ນີ້, ທ່ານ​ດີ​ມິດຕຼີ ​ເມັດ​ເວ​ເດັຟ,ປະ ທານາທິບໍດີຣັດ​ເຊຍໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານທາງ​ໂທລະພາບວ່າ,ຣັດ​ເຊຍ​ຈະ​ໃຊ້​ມາດ​ຕະການຕ່າງໆ​ກ່ຽວ​ກັບ​ການ​ຕໍ່ຕ້ານ​ອາ​ເມ​ລິ​ກາ​ແລະ​ອົງ​ການ​ປ້ອງ​ກັນ​ອັດ​ລັງ​ຕິກ​​ເຫນືອ​ຫຼື​ນາ​ໂຕ ( NATO ) ​ຕິດຕັ້ງ​ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ​ຢູ່​ເອີ​ລົບ, ເຊິ່ງມີ​ທັງ​ການ​ອາດ​ຈະຕິດ​ຕັ້ງອາວຸດ​ແບບ​ໂຈມ​ຕີ​ທີ່ທັນ​ສະ​ໄຫມຢູ່​ພາກ​ຕາ​ເວັນ​ຕົກ​ແລະ​ພາກ​​ໃຕ້​ຂອງ​ຣັດ​ເຊຍ,​ເພື່ອ​ຮັບປະກັນ​ໃຫ້​ນຳ​ໃຊ້​ກຳລັງ​ໄຟ​ທຳລາຍ​ລະບົບ​ຕ້ານລູກ​ສອນ​ໄຟ​ນຳ​ວິຖີ​ຂອງ​ອາ​ເມ​ລິ​ກາ.ທ່ານ​ກ່າວ​ວ່າ,ຖ້າ​ສະພາບນີ້ຊຸດ​ໂຊ​ມລົງ,ຣັດ​ເຊຍ​ຍັງ​ຈະ​ຖອນ​ຕົວອອກ​ຈາກ​ສົນ​ທິສັນຍາ​ຫຼຸດ​ກຳລັງ​ຮົບ​ນິວ​ເຄຼຍລະຫວ່າງ​ຣັດ​ເຊຍ-​ອາ​ເມ​ລິ​ກາ,​ແລະ​ຢຸດຕິ​ການ​ເຄື່ອນ​ໄຫວ​ໃນການ​ຫຼຸດ​ກຳລັງ​ຮົບ​ແລະ​ຄວບ​ຄຸມການ​ທະຫານ​ຂອງຣັດ​ເຊຍຕື່ມ​ອີກ.

ດ້ວຍ​ເຫດ​ນີ້,​​ໃນ​ກອງ​ປະຊຸມ​ຂ່າວ​ປະຈຳ,​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​​ໄດ້​ເຊື່ອ​ຫມັ້ນຢ່າງ​ແນ່​ນາມ​ວ່າ,ລະບົບ​ປ້ອງ​ກັນລູກ​ສອນ​ໄຟ​ນຳ​ວິຖີ​ທີ່​ພວມ​ຕິດ​ຕັ້ງ​ຢູ່​ເອີ​ລົບ​ຈະ​ບໍ່​ແລະ​ບໍ່​ອາດ​ຈະ​ເປັນ​ໄພ​ຂົ່ມ​ຂູ່​​ຕໍ່ຣັດ​ເຊຍ.

ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້,​ໃນ​ກອງ​ປະຊຸມ​ສຸດ​ຍອດ​ລິ​ສບອນ,ຜູ່​ນຳຂອງ​ກຸ່ມ​ນາ​ໂຕ​ໄດ້​ຕົກລົງ​ໃຫ້​ສ້າງ​ຕັ້ງ​ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ​ທີ່​ປົກ​ຄຸມ​ໃນ​ທົ່ວ​​ເອີ​ລົບ,ລະບົບ​ຕ້ານລູກ​ສອນ​ໄຟ​ນຳ​ວິຖີ​ຂອງ​ອາ​ເມ​ລິ​ກາ​ທີ່ຕິດ​ຕັ້ງຢູ່​ເອີ​ລົບ​ຈະ​ເປັນ​ພາກສ່ວນປະກອບ​ທີ່​ສຳຄັນ​ຂອງ​ລະບົບ​ນີ້.  ກຸ່ມ​ນາ​ໂຕ​ໄດ້​ເຊື້ອ​ເຊີນຣັດ​ເຊຍ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື,ຮ່ວມ​ກັນ​ສ້າງ​ຕັ້ງ​ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ​​ຂອງ​ເອີ​ລົບ,​ແຕ່ຣັດ​ເຊຍ​ເຫັນ​ວ່າ​ລະ​ບົບ​ດັ່ງກ່າວ​ນີ້​ໄດ້ເປັນ​ໄພ​ຂົ່ມ​ຂູ່ເຖິງ​ຄວາມຫມັ້ນຄົງ​ຂອງ​ປະ​ເທດ​ຕົນ​ເອງ,​ແລະ​ຮຽກຮ້ອງ​ໃຫ້​ກຸ່ມ​ນາ​ໂຕ​​ຮັບປະກັນ​ທາງ​ດ້ານ​ກົດຫມາຍ​ຕໍ່​ລະບົບ​ດັ່ງກ່າວຈະ​ບໍ່​​ເປັນ​ການ​ຮຸກ​ຮານຣັດ​ເຊຍ,ຮອດ​ປະ​ຈຸ​ບັນ​ນີ້,ການ​ເຈລະຈາ​ລະຫວ່າງ​ສອງ​ປະ​ເທດ​ບໍ່​ໄດ້​ຮັບ​ຄວາມ​ຄື​ບຫນ້າ​ຫຍັງ​ເລີຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ