ໂຮງ​ແຮມ"ດວງ​ດາວຈິນຈ່ຽງ" ທີ່​ເປັນໂຮງ​ແຮມ​ລາຄາ​ຖືກທີ່​​ໃຫຍ່​ທີ່​ສຸດ​ຂອງ​ຈີ​ນ​​ເຂົ້າ​ສູ່​ຝຣັ່ງ

(GMT+08:00) 2011-11-24 10:59:09     cri

ຕາມ​ຂ່າວCRI :ວັນ​ທີ22 ພະຈິກ​ນີ້, ຢູ່​ທີ່​ນະຄອນ​ຊຽງ​ໄຮຂອງ​ຈີນ,ໂຮງ​ແຮມ"ດວງ​ດາວຈິນຈ່ຽງ" ທີ່​ເປັນໂຮງ​ແຮມ​ລາຄາ​ຖືກທີ່ໃຫຍ່​ທີ່​ສຸດ​ຂອງ​ຈີ​ນ​​ກັບ​ກຸ່ມ​ບໍລິ ສັດ​ໂຮງ​ແຮມວັງ​ລູ​ເວຼີຂອງຝຣັ່ງ​ໄດ້​ຮ່ວມເຊັນ​ສັນຍາສະຫະພັນຍີ່ຫໍ້,​​ແລ້ວ​ກາຍ​ເປັນ​ໂຮ​ງ​ແຮມລາຄາ​ຖືກ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ທີ່ເຂົ້າ​ສູ່​​ເອີ​ລົບ.

ກຸ່ມ​ບໍລິສັດ​ວັງ​ລູ​ເວຼີ​ແມ່ນ​ກຸ່ມ​ບໍລິສັດ​ໂຮງ​ແຮມ​ໃຫຍ່​ອັນ​ດັບສອງ​ຂອງ​ເອີ​ລົບ,​​ແລະຢູ່​ໃນ​ອັນ​ດັບ​ທີ 8 ຂອງຂະ​ແຫນງ​ການ​ໂຮງ​ແຮມ​ໃນທົ່ວ​ໂລກ.ຕາມ​ສັນຍາ​ນີ້,​ ໂຮງ​ແຮມ"ດວງ​ດາວຈິນຈ່ຽງ" 15ຫຼັງຈະ​ເລີ່​ມກໍ່ສ້າງ​ພ້ອມໆ​ກັນ​ຢູ່​ໃນ6 ນະຄອນ​ຂອງ​ຝຣັ່ງ​ເຊັ່ນ:ປາຣີ,ມາ​ກ​ໄຊ​ແລະ​​ແຫ່ງ​ອື່ນໆ.

ກ່ອນ​ຫນ້າ​ນີ້, ກຸ່ມ​ບໍລິສັດ"ດວງ​ດາວຈິນຈ່ຽງ"​ໄດ້​ເຂົ້າ​ສູ່​ຕະຫຼາດ​ຟິລິບ​ປິນ ດ້ວຍ​ຮູບ​ການ​ທີ່​ສົ່ງ​ອອກ​ຍີ່​ຫໍ້​ໄປ​ຕ່າງປະ​ເທດ.ທ່ານ​ຊູ​ຈູ​ຢຸງທີ່​ເປັນ​ຜູ່ລິ​​ເລີ່​ມ​​ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ກຸ່ມ​ບໍລິສັດດັ່ງກ່າວໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ການ​ລິ​​ເລີ່ມສ້າງ​ຕັ້ງ​ຍີ່​ຫໍ້​​ໂດຍຕະຫຼອດ​​ 15 ປີມາ​ນີ້,ທ່ານ​ກ່າວ​ວ່າ: " ທີ່ຈິງ​ແລ້ວ,ການ​ລິ​ເລີ່​ມສ້າງ​ຕັ້ງ​ຍີ່​ຫໍ້ນີ້​ຂຶ້ນ​ກໍ່​ແມ່ນ​ເພື່ອຜູ່​ຊົມ​ໃຊ້​ແລະ​ບັນດາ​ແຂກ.​ໃນ 15 ປີ​ມາ​ນີ້,ຍີ່​ຫໍ້​ດັ່ງກ່າວ​ໄດ້​ສ້າງ​ພື້ນຖານ​ອັນ​ດີງາມ,ສະ​ນັ້ນ ​ກຸ່ມ​ບໍລິສັດ​ນີ້​ກໍ່​​ໄດ້ພັດທະນາ​ຢູ່​ຕ່າງປະ​ເທດ​ຢ່າງ ມີ​ເງື່ອນ​​ໄຂ ​. ຕໍ່​ໄປ ພວກ​ຂ້າພະ​ເຈົ້າອາດຍັງ​ຈະ​ມີ​ບາດກ້າວ​ທີ​ສາມ​ແລະ​ທີ​ສີ່​ເພື່ອ​ທົດ​ລອງການ​ພັດທະນາຕື່ມ​ອີກ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ