ສະຫະພາບ​ເອີ​ລົບ​ປະກາດ​ແຜນການ​ 3 ຢ່າງ​ກ່ຽວ​ກັບພັນທະບັດຮ່ວມ​ຂອງ​ເຂດ​​​ໃຊ້​ເງິນ​ເອີ​ໂຣ

(GMT+08:00) 2011-11-24 11:20:12     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 23 ພະຈິກ​ນີ້, ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​​ໄດ້ປະກາດ​ແຜນການ​ 3ຢ່າງກ່ຽວ​ກັບພັນທະບັດຮ່ວມ​ ​ຂອງ​ເຂດ​​​ໃຊ້​ເງິນ​ເອີ​ໂຣ, ​ຄື: 1 ​ເຂດ​​​ໃຊ້​ເງິນ​ເອີ​ໂຣຈຳໜ່າຍ​ພັນທະບັດເອກະ​ພາບກັນ, 17 ປະ​ເທດ​ສະມາຊິກສະໜອງ​ການຮັບປະກັນ​ຮ່ວມ​ເພື່ອພັນທະ ບັດ​ຮ່ວມ​ກັນ, ​ແລະ​ຢຸດ​ການຈຳໜ່າຍ​ພັດທະ​ບັດ​ຂອງ​ຕົນ, 2 ເຂດ​​​ໃຊ້​ເງິນ​ເອີ​ໂຣຈຳໜ່າຍ​ພັນທະບັດ​ເປັນ​ເອກະ​ພາບ​ກັນ, ​ລະດົມ​ທຶນ​ໃຫ້​ປະ​ເທດທີ່​ມີ​ໜີ້ສິນ ຫຼາຍຈຳນວນໜຶ່ງ, ປະ​ເທດ​ສະມາຊິກ​ທັງໝົດ​ສະໜອງການຮັບ ປະກັນຮ່ວມ​ກັນ​ແລະຈຳກັດ, ​ແຕ່​ຍັງ​ຈຳໜ່າຍ​ພັນທະບັດ​ຂອງ​ປະ​ເທດ​ຕົນ, 3 ເຂດ​​​ໃຊ້​ເງິນ​ເອີ​ໂຣຈຳໜ່າຍ​ພັນທະບັດ​ເອກະ​ພາບ, ທົດ​ແທນ​ພັນທະບັດ​ຂອງ​ປະ​ເທດ​ສະມາຊິກ​ຈຳນວນ​ໜຶ່ງ, ບັນດາ​ປະ​ເທດ​ສະມາຊິກ​ສະໜອງ​ການຮັບປະກັນ​ຕາມ​ຈຳນວນ​ທີ່​ຖືກ​ທົດ​ແທນ.

ນັກວິ​ເຄາະ​ຊີ້​ອອກ​ວ່າ, ​ໃນ​​ແຜນການ 3 ຢ່າງນີ້​ສຳລັບເງື່ອນ​ໄຂ​ຂອງ​ການ​ປະຕິບັດ​ແຜນການທີໜຶ່ງ​ແລະທີ​ສອງ​ແມ່ນ​ຕ້ອງ​ປັບປຸງ "ສົນທິສັນຍາລິ​ສ ບົນລິ​ສບອນ"ຂອງ​ສະຫະພາບ​ເອີ​ລົບ, ນີ້​ຈະ​ແມ່ນວຽກ​ງານ​ທີ່​ຫຍຸ້ງຍາກຫຼາຍ, ສະ​ນັ້ນ, ​ຈຶ່ງບໍ່​ສາມາດ​ສຳ​ເລັດ​ໄດ້​ໃນ​ໄລຍະ​ສັ້ນ, ​ສ່ວນແຜນການ​ທີສາມທີ່​ແມ່ນ​ບໍ່​ມີ​ຜົນສະທ້ອນຕໍ່​ກົນ​ໄກ​ສະຫະພາບ​ເອີ​ລົບ​​ໃນ​ປະຈຸ​ບັນຫຼາຍປານ​ໃດ, ຈຶ່ງ​ແມ່ນ​ແຜນການ​ທີ່ຜູ້​ຊ່ຽວຊານຫຼາຍຄົນ​ເຫັນ​ດີ.

ເຂດ​​​ໃຊ້​ເງິນ​ເອີ​ໂຣແລະ​ເຢຍລະ​ມັນ ​ເຊິ່ງ​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່​ທີໜຶ່ງ​ຂອງ​ສະຫະພາບ​ເອີ​ລົບ​ ​ເດັດດ່ຽວ​ຄັດຄ້ານ​ການຈຳໜ່າຍ​ພັນທະບັດ ຮ່ວມ​ມາ​ໂດຍ​ຕະຫຼອດ, ​ເຫັນ​ວ່າ, ນີ້​ນອກຈາກ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ວິ​ກິດ​ການໜີ້​ສິນ​ແລ້ວ, ຍັງ​ຈະ​ເຮັດ​ໃຫ້​ຕົ້ນ​ທຶນ​ໃນ​ການນ​ລະດົມ​ທຶນ​ສູງ​ຂຶ້ນ. ນາຍົກລັດຖະມົນຕີ​ແຟັງ​ລັງກໍ່​ເຫັນ​ວ່າ, ​ແຜນການ 3 ຢ່າງ​ກ່ຽວ​ກັບ​ການຈຳ ໜ່າຍ​ພັນທະບັດຮ່ວມຂອງ​ເຂດ​​​ໃຊ້​ເງິນ​ເອີ​ໂຣທີ່​ສະ​ເໜີ​ໂດຍ​ສະຫະພາບ​ເອີ​ລົບ​ນັ້ນ​ລ້ວນ​ແຕ່​ມີ​ບັນຫາ, ​ບໍ່​ສາມາດແກ້​ໄຂ​ວິ​ກິດ​ການໜີ້​ສິນທີ່​ຫນັກຫນ່ວງ​ຂອງ​ເອີ​ລົບ​ໃນ​ປະຈຸ​ບັນ​ບໍ່​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ