ຈີນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ຮັບ​ມື​ກັບການ​ຂົ່ມ​ຂູ່​ຄວາມ​ໝັ້ນ​ຄົງ​ໃນ​ທົ່ວ​ໂລກ

(GMT+08:00) 2011-11-24 17:42:11     cri
ວັນ​ທີ 23 ພະຈິກ​ນີ້, ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​​ສົນທະນາ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບບັນຫາ "ສິ່ງ​ທ້າ​ທາຍ​ໃໝ່​ຕໍ່​ຄວາມໝັ້ນຄົງ" ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ທ່ານຫຼີປາວ​ຕົ່ງ, ຜູ້​ຕາງໜ້າ​ຖາວອນ​ຂອງຈີນ​ປະຈຳ​ສະຫະ​ປະຊາ​ຊາດກ່າວ​ວ່າ, ​ໂດຍ​ປະ​ເຊີນໜ້າ​ກັບ​​ການຂົ່ມ​ຂູ່​ແລະ​ສິ່ງ​ທ້າ​ທາຍ​ໃໝ່​ປະ​ເພດ​ຕ່າງໆ​ທີ່​ມີ​ຕໍ່​ຄວາມ​ໝັ້ນຄົງ​ຂອງທົ່ວ​ໂລກ, ປະຊາ​ຄົມ​ໂລກ​ຄວນ​ເພີ່ມ​ທະວີ​ການຮ່ວມ​ມືຫຼາຍຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ຍຶດໝັ້ນ​ຈຸດປະສົງ​ແລະຫຼັກການ​​ໃນ "ກົດ​ບັດ​ສະຫະ​ປະຊາ​ຊາດ", ​ຮັບ​ມື​ດ້ວຍການ​ເຄື່ອນ​ໄຫວຮ່ວມ​ກັນ.

ກ່ຽວ​ກັບ​ການປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ, ທ່ານຫຼີປາວ​ຕົ່ງ​ກ່າວ​ວ່າ, ຈີນ​ໄດ້​ເຂົ້າຮ່ວມ​ການ​ເຈລະຈາ​ແລະ​ການຮ່ວມ​ມື​ສາກົນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ດ້ວຍ​ຄວາມ​ຕັ້ງ​ໜ້າ​ແລະ​​ໃນ​ທາງສ້າງສັນມາ​ໂດຍ​ຕະຫຼອດ, ສະ​ເໜີ​ໃຫ້ຮັບ​ມື​ກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ພາຍ​ໃຕ້​ຂອບ​ການ​ພັດທະນາ​ແບບ​ຍືນ​ຍົງ, ຍຶດໝັ້ນ​ຫຼັກການ​ສະ​ເໝີ​ພາບ​ກັນ​ແລະ "ຮັບຜິດຊອບ​ທີ່ຮ່ວມ​ກັນ​ແຕ່​ມີ​ຄວາມ​ແຕກຕ່າງ​ກັນ".

ທ່ານຫຼີປາວ​ຕົ່ງ​ຍັງຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ໃຊ້​ມາດ​ຕະການ​ອັນຕັ້ງໜ້າ​ໃນ​ດ້ານ​ທຶນຮອນ​ແລະ​ເຕັກນິກ, ສະໜອງ​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ທີ່​ພວມ​ພັດທະນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ