ນາຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ, ຈີນ​ກັບ​ຍີ່​ປຸ່ນ​ຄວນ​ຮ່ວມ​ມື​ກັນ, ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອາ​ຊີ​ຕາ​ເວັນ​ອອກ

(GMT+08:00) 2011-11-24 18:18:10     cri

ວັນ​ທີ 23 ພະຈິກ​ນີ້, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ສາ​ມັກ​ຄີ, ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ກັນ​ແລະ​ທ່າ​ອ່ຽງ​ທີ່​ຕ້ອງ​ເປັນ​ໄປ. ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ບົດ​ບາ​ດ, ຈີນ​ແລະ​ຍີ່​ປຸ່ນຄວນ​ຮ່ວມ​ກັນ​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອາ​ຊີ​ຕາ​ເວັນ​ອອກ, ນີ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ກໍ່​ຄື​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ນີ້.

ມື້ດຽວ​ກັນ, ​ຢູ່​ທີ່​ປັກ​ກິ່ງ, ໃນ​ເວລາຕ້ອນຮັບ​ທ່ານ​ໂຄ​ອີ​ຊີ​ໂຣ ​ເກນ​ບາ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ, ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ, ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ, ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ໃນ​ດ້ານ​ການ​ເມືອງ​ແລະ​ດ້ານ​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ​ຕື່ມ​ອີກ, ​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ໃໝ່, ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ຊຸກ​ຍູ້​ມິດ​ຕະ​ພາບ​ຕໍ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຍີ່​ປຸ່ນ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່, ຕ້ອນ​ຮັບ​ຈີນ​ກັບ​ຍີ່​ປຸ່ນ​ຟື້ນ​ຟູ​ການ​ພົວ​ພັນ​ທາງ​ການ​ທູດ​​ເປັນ​ປົກ​ກະ​ຕິ​ຄົບ​ຮອບ 40 ປີ.

ທ່ານ​ໂຄ​ອີ​ຊີ​ໂຣ ​ເກນ​ບາ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນກ່າວ​ວ່າ, ການ​ພັດທະນາ​ຂອງ​ຈີນ​ແມ່ນ​ໂອ​ກາດ​ຂອງ​ຍີ່​ປຸ່ນ, ການ​ພົວ​ພັນ​ລະ​ຫວ່າງ​ຍີ່​ປຸ່ນຈີນ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ​ ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ອັນ​ພື້ນ​ຖານ​ຂອງ​ສອງ​ປະ​ເທດ, ​ແລະມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ພາກ​ພື້ນ​ນີ້​ກໍ່​ຄື​ທົ່ວ​ໂລກ. ລັດ​ຖະ​ບານ​ຍີ່​ປຸ່ນ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ແລະ​ພະ​ຍາ​ຍາມ​ລົງ​ລຶກ​ການ​ພົວ​ພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຍີ່​ປຸ່ນ​ກັບ​ຈີນ, ​ຍິນ​ດີ​ຖື​ປີ​ໜ້າ​ເຊິ່ງ​ເປັນ​ປີ​ແຫ່ງ​ການ​ຟື້ນ​ຟູ​​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ປົກ​ກະ​ຕິ​ຄົບ​ຮອບ 40 ປີ ​ເປັນ​ໂອ​ກາດ​ທີ່​ດີ, ບຳ​ລຸງ​ສ້າງ​ຄວາມ​ຮັກ​ແພງ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ປະ​ສານ​ງານ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ