ຈີນ​ໄດ້​ຮັບ​ລາງວັນ​"ອົງອາດ​ກ້າຫານ​ພິ​ເສດ​ເທິງ​ທະ​ເລ"7ລາຍການ​ຈາກIMO

(GMT+08:00) 2011-11-24 16:03:58     cri
ອົງການ​ເດີນ​ເຮືອ​ທາງ​ທະ​ເລ​ສາກົນ​ຫຼືIMO​ໄດ້​ເປີດ​ເຜີຍ​ບັນຊີ​ລາຍ​ຊື່ຜູ່​ໄດ້​ຮັບ"ລາງວັນ​ອົງອາດກ້າຫານ​ພິ​ເສດ​ເທິງ​ທະ​ເລ"ປະຈຳ​ປີ2011ຊຶ່ງຈີນ​ໄດ້​ຮັບ​ລາງວັນ7​ລາຍການ.ທ່ານ​ລີ​ເຊີ້​ງລິນ ລັດຖະມົນຕີ​ວ່າ​ການ​ກະຊວງ​ຄົມມະນາຄົມ​​ຂົນ​ສົ່ງຈີນ​ທີ່​ພວມ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ອົງການ​ເດີນ​ເຮືອ​ທາງ​ທະ​ເລ​ສາກົນ​ຫຼືIMO​ຄັ້ງ​ທີ27​ຢູ່​ນະຄອນຫຼວງ​ລອນ​ດອນ​ຂອງ​ອັງກິດ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ຈີນ​ຂຶ້ນ​ຮັບ​ລາງວັນ.

ອົງການ​ເດີນ​ເຮືອ​ທາງ​ທະ​ເລ​ສາກົນ​ຫຼືIMO​​ແມ່ນ​ອົງການ​ສະ​ເພາະ​ຂອງ​ສະຫະ​ປະຊາ​ຊາດ​ທີ່​ຮັບຜິດຊອບ​ຄວາມ​ປອດ​ໄພ​ທາງ​ທະ​ເລ,ການ​ຮັກສາ​ຄວາມ​ສະຫງົບ​ທາງ​ທະ​ເລ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເຮືອ​ແລະ​ກ່ຳ​ປັ່ນ​ສ້າງ​ມົນ​ລະ​ພິດ​ທາງ​ທະ​ເລ,ຊຶ່ງ​ອົງ​ການ​ນີ້​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ລອນ​ດອນ. ອົງ​ການ​IMO​ໄດ້​ຈັດ​ຕັ້ງ​ການ​ປະ​ກວດ​​ແລະ​ມອບ​"ລາງວັນ​ອົງອາດກ້າຫານ​ພິ​ເສດ​ເທິງ​ທະ​ເລ"​ເລີ່​ມ​ແຕ່​ປີ2007​ເປັນ​ຕົ້ນ​ມາ,ຊຶ່ງ​ມີ​ຈຸດປະສົງ​ເພື່ອ​ຍ້ອງຍໍ​ບຸກຄົນ​ຫຼື​ໝູ່​ຄະນະ​ທີ່​ມີ​ການກະທຳ​ແບບ​ກ້າຫານ​ເປັນ​ພິ​ເສດ​ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ເສຍສະຫຼະ​ໃນ​ການ​ເຄື່ອນ​ໄຫວ​ກູ້​ຊີວິດ​ຄົນ​ເທີງທະ​ເລ​ແລະ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດອຸບັດ​ຕິ​ເຫດມົນ​ລະ​ພິດ​ທາງ​ທະ​ເລ​ຢ່າງ​ຂະໜາດ​ໃຫຍ່​ໃນ1​ປີຜ່ານມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ