ປະທານາທິບໍດີ​ເຢ​ແມນ​ລົງ​ນາມ​ໃນ​ສັນຍາ​ມອບ​ຮັບ​ອຳນາດ

(GMT+08:00) 2011-11-24 16:45:36     cri
ທ່ານ​ອາລີ ອັບ​ດູ​ນລາ ຊາ​ເລ ປະທານ​າທິບໍດີ​ເຢ​ແມນ​ໄດ້​ລົງ​ນາມ​ໃນ​ສັນຍາ​ໄກ່​ເກ່ຍ​ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ປະ​ເທດ​ອາ​ຣັບ​ອ່າວ​ເປີ​ເຊຍ(GCC)ທີ່​ມີ​ຈຸດປະສົງ​ແກ້​ໄຂ​ວິ​ກິດ​ການ​ເຢ​ແມນ​ໃນ​ວັນ​ທີ​23​ພະ​ຈິກ​ນີ້​ຢູ່​ນະ​ຄອນ​ຫຼວງ​ຣີ​ຢັດ​ຂອງ​ອາ​ຣັບ​ບີ​ຊາ​ອຸ​ດິດ,​ຕໍ່​ມາ,​ພັກ​ກຳ​ອຳ​ນາດ​ແລະ​ພັກ​ຝ່າຍ​ຄ້ານ​ຂອງ​ເຢ​ແມນ​ກໍ່​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ວ່າ​ດ້ວຍ​ການ​ປະ​ຕິບັດສັນຍາ​ຄະນະ​ກຳມະການ​ຮ່ວມ​ມື​ປະ​ເທດ​ອາຣັບອ່າວ​ເປີ​ເ​ຊຍ.

ພາຍຫຼັງ​ລົງ​ນາມ​ໃນ​ສັນຍາ​ແລ້ວ,ທ່ານ​ຊາ​ເລ​ເຮີ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໂດຍ​ກ່າວ​ປະນາມ​ສະຫະພັນ​ພັກ​ຝ່າຍ​ຄ້ານທີ່​ປະລະ​ການ​ໃຊ້​ວິທີ​ປະຊາທິປະ​ໄຕ​ແລະ​ການ​ສົນທະນາ,​ໄດ້​ທຳລາຍ​ສະຖຽນ​ລະ​ພາບ​ແລະ​ຄວາມ​ເປັນ​ເອກະ​ພາບ​ຂອງ​ເຢ​ແມນ,ຊຶ່ງ​ການ​ທຳລາຍ​ແນວ​ນີ້​ຈະ​ຕ້ອງການ​ເວລາ​ຫຼາຍ​ໆ​ປີ​ຈິ່ງ​ສາມາດ​ຟື້ນ​ຟູ​ຄວາມ​ເສຍ​ຫາຍ​ໄດ້.​ແຕ່​ພ້ອມ​ກັນ​ນັ້ນ,ທ່ານ​ຊາ​ເລ​ຍັງ​ກ່າວ​ວ່າ​ຈະ​ສະ​ໜັບ​ສະ​ໜູນ​ລັດຖະບານ​ຊຸດໃໝ່​ທີ່​ຈະ​ສ້າງ​ຕັ້ງ​ຂຶ້ນ​ໃນ​ໄວໆ​ນີ້.

ວັນ​ທີ23​ພະຈິກ​ນີ້,ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ຢູ່​ສຳນັກງານ​ໃຫຍ່ສະຫະ​ປະຊາ​ຊາດ​ທີ່​ນີວຢອກ​ວ່າ,ທ່ານ​ຮູ້ສຶກ​ວ່າ​ມີ​ຄວາມ​ດີ​ໃຈ​ຫຼາຍ​ທີ່​ສະຖານະ​ການ​ຢູ່​ເຢ​ແມນ​ມີ​ຄວາມ​ຄືບ​ໜ້າ​ອັນ​ຕັ້ງໜ້າ​ໃນ​ປະຈຸ​ບັນ.ສະຫະ​ປະຊາ​ຊາດ​ຈະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ລະດົມ​ທັງກຳລັງ​ຄົນ​ແລະ​ຊັບ​ສິນ​ອັນ​ຈຳ​ເປັນ​ທັງ​ໝົດ​ເພື່ອ​ສະໜັບສະໜູນ​ເຢ​ແມນ,ຊ່ວຍ​​ເຢ​ແມນ​ບັນລຸ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ.

ທ່ານ​ຊາ​ເລ​ເຮີ ປະທານາທິບໍດີ​ເຢ​ແມັນ​ໄດ້ຂຶ້ນ​ກຳ​ອຳນາດ​ມາ​ໄດ້33​ປີ​ແລ້ວ.ທ້າຍ​ເດືອນ​ມັງກອນ​ປີ​ນີ້,​ແຂວງ​ຕ່າງໆ​ຂອງ​ເຢ​ແມນ​ໄດ້​ຕົກ​ຢູ່​​ໃນ​ສະພາບ​ວຸ້ນວາຍ​ຕາມ​ລຳດັບ. ເດືອນ​ເມສາ ,ຄະນະ​ກຳມະການ​ຮ່ວມ​ມື​ປະ​ເທດ​ອາຣັບອ່າວ​ເປີ​ເຊຍ​ທີ່​ມີ​ການ​ພົວ​ພັນ​ສະ​ໜິດ​ແໜ້ນ​ກັບ​ເຢ​ແມນ​ໃນ​ດ້ານການ​ເມືອ​ງ​ແລະ​ເສດຖະກິດນັ້ນ​ໄດ້​ສະ​ເໜີ​ສັນຍາ​ໄກ່​ເກ່ຍ​ທີ່​ມີ​ຈຸ​ດ​ປະ​ສົງ​ແກ້​ໄຂ​ວິ​ກິດ​ການ​ຂອງ​ເຢ​ແມນ​ຊຶ່ງ​ສັນຍາ​ນີ້​ມີ​ເນື້ອ​ໃນ​ຕ່າງໆ​ເຊັ່ນ​ທ່ານ​ຊາ​ເລ​ມອບ​ອຳນາດ​ໃຫ້​ຮອງ​ປະທານາທິບໍດີ​ໂດຍ​ສັນຕິ,​ແລ້ວ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ພາຍ​ໃນ​30​ວັນ,​ສ້າງ​ຕັ້ງ​ລັດຖະບານ​ປະສົມ​ທີ່​ນຳ​ໂດຍ​ຝ່າຍ​ຕໍ່ຕ້ານລັດຖະບານ​ແລະ​ຈັດການ​ເລືອກ​ຕັ້ງ​ປະທານາທິບໍດີ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ