ຂ່າວສານ​ຊິນ​ຮວາ​ເປີດ​ເຜີຍ​ບົດ​ຄວາມ​ໂດຍ​ຂຽນ​ວ່າ​ເຫດ​ການ​ທີ່​ພະ​ສົງ​ສາມະ​ເນນ​ເຂດ​ເຜົ່າ​ຕິ​ເບ​ດ​ຂອງ​ແຂວງ​ເສ​ສວນ​ຈູດ​ໄຟ​ເຜົາ​ຕົນ​ເອງ​ແມ່ນ​ກົນ​ອຸ​ບາຍ​ທາງ​ການ​ເມືອງ​ຂອງ​ຄົນ​ທີ່​ເຈດ​ຕະ​ນາ​ຢາກ​ບັນ​ລຸ​ຄວາມ​ເປັນ​ເອກ​ກະ​ລາດ​ຂອງ​ຕິ​ເບດ

(GMT+08:00) 2011-11-24 18:37:38     cri
ຂ່າວສານ​ຊິນ​ຮວາ​ໄດ້​ລົງ​ພິມ​ບົດ​ຄວາມ​ໃນ​ວັນ​ທີ24​ພະຈິກ​ນີ້​ໂດຍຊີ້​ອອກ​ວ່າ, ເຫດການທີ່​ພະສົງ​ສາມະ​ເນນ​ຈູດ​ໄຟ​ເຜົາ​ຕົນ​ເອງ​ຫຼາຍ​ຄັ້ງ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ເຜົ່າ​ຕິ​ເບ​ດ​ແຂວງ​ເສ​ສວນ​ໃນ​ຫວ່າງ​ມໍ່ໆ​ນີ້​ແມ່ນ​ກົນອຸບາຍ​ທາງ​ການ​ເມືອງ​ຂອງ​ຄົນທີ່​ມີ​ເຈດ​ຕະນາ​ຢາກ​ແ​ບ່ງ​ແຍກ​ດິນ​ແດນ​ຂອງ​ຈີນ,ຢາກ​ບັນລຸ​ຄວາມ​​ໄຝ່ຝັນ​ທີ່​ໃຫ້​ຕິ​ເບ​ດ​ເປັນ​ເອກະລາດ​.

ບົດ​ຄວາມ​ຂຽນ​ວ່າ,ອິດ​ທິກຳລັງ​ແບ່ງ​ແຍກ​ບໍ່​ເອົາ​ຫົວຊາ​ນຳ​ຊີວິດ​ຂອງ​ຊາວ​ໜຸ່ມ,ຈຸດປະສົງ​ແມ່ນ​ມີ​ເຈດ​ຕະນາ​ຢາກ​ເຮັດ​ໃຫ້ຫາງສຽງ​ໂລກ​ສົນ​ໃຈ​ນຳ,ຊຸກ​ຍູ້​ໃຫ້​ບັນຫາ​ຕິ​ເບ​ດ​ເປັນ​ບັນຫາ​ສາກົນ.ພ້ອມ​ທັງ​ໂຈມ​ຕີ​ແລະ​ໃສ່​ຮ້າຍ​ປ້າຍ​ສີ​ນະ​ໂຍບາຍ​ຊົນ​ເຜົ່າ,ສາສະໜາ​ແລະ​ຕິ​ເບ​ດຂອງ​ລັດຖະບານ​ຈີນ,ສ້າງ​ຂໍ້​ອ້າງ​ອີງ​ໃຫ້​ຕິ​ເບ​ດ​ເປັນ​ເອກ​ກະລາດ.

ບົດ​ຄວາມ​ຂຽນ​ວ່າ,​ເວົ້າ​ສຳລັບ​ພຸດທະ​ສາສະໜາ​ນິກາຍ​ຕິ​ເບ​ດ​ແລ້ວ,​ຖ້າ​ບໍ່​ສະກັດ​ກັ້ນ​ຢ່າງ​ເຂັ້ມ​ງວດ​ຕໍ່​ການ​ກະ​ທຳ​ຮຸນ​ແຮງ​ດ້ວຍ​ການ​ຈູດ​ໄຟ​ເຜົາ​ຕົນ​ເອງ​ຄື​ແນວ​ນີ້​ກໍ່​ມັກ​ຈະ​ກາຍ​ເປັນ​ລັດທິ​ຫົວ​ຮຸນ​ແຮງທາງ​ສາສະໜາ​ແລະຖື​ກອິດ​ທິກຳລັງ​ແ​ບ່ງ​ແຍກ​ດິນ​ແດນ​ຂອງກຸ່ມ​ດາ​ໄລລາ​ມະບັນຊາ​ຄວບ​ຄຸມ​ແລະ​ນຳ​ໃຊ້ຕໍ່​ໄປ,ມັນ​ບໍ່​ພຽງ​ແຕ່​ຈະ​ທຳລາຍ​ພາບ​ພົດ​ຂອງ​ພຸດທະ​ສາສະໜາ​ນິກາຍ​ຕິ​ເບ​ດ​ແລະ​​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ​ຜິດ​ຕໍ່​ພຸດ​ທະ​ສາ​ສະ​ໜາ​ນິ​ກາຍ​ຕິ​ເບດ​ເທົ່າ​ນັ້ນ,ຍັງ​ຈະ​ລົບ​ກວນ​ພຸດ​ທະ​ສາ​ສະ​ໜາ​ນິ​ກາຍ​ຕິ​ເບ​ດ​ໃນ​ການ​ສ້າງ​ຕັ້ງ​ລະບຽບ​ການ​ປົກ​ກະ​ຕິ​ທີ່​ສອດ​ຄ່ອງ​ກັບ​ລະ​ບອບ​ສັງ​ຄົມ​ທີ່​ປະ​ຕິ​ບັດ​ໃນ​ປະ​ຈຸ​ບັນ,​ແລະ​ກໍ່​ຈະ​ສ້າງ​ຄວາມ​ສັບ​ສົນ​ວຸ້ນວາຍ​ທາງ​ແນວ​ຄິດ​ໃຫ້​ແກ່​ພະສົງ​ສາມະ​ເນນຈຳນວນ​ໜຶ່ງ​ແລະ​ແນ່ນອນ​ຈະ​ເປັນ​ສິ່ງ​ກີດ​ຂວາງ​ການ​ພັດ​ທະ​ນາ​ຕາມ​ປົກ​ກະ​ຕິ​ຂອງ​ພຸດ​ທະ​ສາ​ສະ​ໜາ​ນິ​ກາຍ​ຕິ​ເບດ.

ບົດ​ຄວາມ​ຂຽນ​ວ່າ,ຕ້ອງ​ເຜີຍ​ແບທາດ​ແທ້​ຂອງການ​ກໍ່​ອາ​ຊະ​ຍາ​ກຳດ້ວຍ​ຄວາມ​ຮຸນ​ແຮງ​ໂດຍຖື​ສາສະໜາ​ເປັນ​ສິ່ງ​ບັງໜ້ານັ້ນຢ່າງ​ເຖິງ​ຖອງ,ຮູ້​ແຈ້ງ​ເຫັນ​ຈິງ​ຕໍ່​ທາດ​ແທ້ຄວາມ​ເປັນ​ຈິງ​ຂອງອິດ​ທິກຳລັງ​ແບ່ງ​ແຍກ​ດິນ​ແດນ​ໃນ​ເຫດການ​ຄັ້ງ​ນີ້​ທີ່​ມີເຈດ​ຕະນາ​ຢາກ​ສ້າງ​ຄວາມ​ບໍ່​ສະຫງົບ​ຢູ່​ເຂດູ​​ຕິ​ເບ​ດ​ແລະ​ເຂດ​ເຜົ່າຕິ​ເບ​ດ​ແຫ່ງອື່ນໆ​ເພື່ອ​ບັນລຸກົນອຸບາຍ​ທີ່​ຢາກ​​ເຮັດ​ໃຫ້​ຕິ​ເບ​ດ​ເປັນ​ເອກ​ກະລາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ