ກະຊວງ​ການ​ຕ່າງປະ​ເ​ທດອາ​ເມ​ລິ​ກາ​ກ່າວ​ວ່າ,ຈະ​ຍຶດໝັ້ນນະ​ໂຍບາຍ​ທີ່ດຳ​ເນີນ​ການ​ສຳ ຜັດ​ຢ່າງ​ມີ​ຫຼັກ​ການ​ແລະ​ການ​ສົນ​ທະ​ນາ​ໂດຍ​ກົງ​ກັບ​ມຽນ​ມາ

(GMT+08:00) 2011-11-24 16:09:12     cri
ຕາມ​ຂ່າວສານ​ຈີນ:ວັນ​ທີ23​ພະຈິກ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຈະ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ທີ່​ດຳ​ເນີນ​ການ​ພົວ​ພັນ​ຢ່າງ​ມີ​ຫຼັກ​ການ​ແລະ​ການ​ສົນ​ທະ​ນາ ໂດຍ​ກົງ​ກັບ​ມຽນ​ມາ.

ໃນວັນ​ທີ23​ພະຈິກ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ອອກ​ຖ​ະ​ແຫຼງການ​ສະບັບ​ໜຶ່ງ​ໂດຍ​ກ່າວ​ວ່າ,​ທ່ານ​ນາງ​ຮີວ​ລາ​ຣີ ຄຼິນ​ຕັນ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຈະ​ຢ້ຽມ​ຢາມ​ມຽນ​ມາ​ເປັນ​ຄັ້ງ​ປະ​ຫວັດ​ສາດ​ແຕ່​ວັນ​ທີ30ພະຈິກ​​ຫາ​ວັນ​ທີ​2​ທັນ​ວາ ໜ້າ​ນີ້.ທ່ານ​ນາງ​ຮີວ​ລາ​ຣີ​ຈະ​ແມ່ນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຜູ່​ທຳ​ອິດ​ທີ່​ໄປ​ຢ້ຽມ​ຢາມ​ມຽນ​ມາ​ໃນ​ຮອບ​50​ກວ່າ​ປີ​ມາ​ນີ້.

ຖະ​ແຫຼງການ​ຂຽນ​ວ່າ,​ໃນ​ໄລຍະ​ຢ້ຽມຢາມ​ມຽນມາ,ທ່ານ​ນາງ​ຮີ​ວລາຣີຈະ​​ເນັ້ນໜັກ​ຕໍ່​ຜູ່​ນຳ​ມຽນມາ​ວ່າ ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ການ​ປະຕິ​ຮູບ​ທີ່​ມຽນມາ​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ​ຫຼາຍ​ເດືອນ​ມາ​ແລ້ວ​ນັ້ນ,​ແລະ​ປຶກ​ສາ​ຫາ​ລື​ກັບ​ຜູ່​ນຳ​ມຽນ​ມາ​ກ່ຽວ​ກັບ​ການ​ເຮັດ​ແນວ​ໃດ​ລົງ​ເລິກ​ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ຂໍ​ກະ​ແຈ​ຂອງ​ມຽນມາ​ແລະ​ເຮັດ​ໃຫ້​ຄວາມ​ຄືບ​ໜ້າ​ທີ່​ໄດ້​ຮັບ​ນັ້ນ​ໝັ້ນ​ໜຽວ.​ນອກ​ຈາກ​ນັ້ນ,​ທ່ານ​ນາງ​ຮີວ​ລາ​ຣີ​ຍັງ​ຈະ​ພົບ​ກັບ​ບຸກຄົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ມຽນມາ​ຢ່າງ​ກວ້າງ​ຂວາງ,​ພົບ​ກັບ​ຜູ່ນຳ​ຂອງ​ອົງ​ການ​ທີ່​ບໍ່​ສັງ​ກັດ​ລັດ​ຖະ​ບານ​ແລະຊົນ​ເຜົ່າ​ສ່ວນ​ໜ້ອຍ,​ເພື່ອ​ຮັບ​ຟັງ​​ຄວາມ​ເຫັນ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​​ແຫ່ງ​ຊາດ.​ແຕ່​ຖະ​ແຫຼງ​ການ​ບໍ່​ໄດ້​ເປີດ​ເຜີຍ​ວ່າ,​ນາງ​ຮີວ​ລາ​ຣີ​ຈະ​ພົບ​ກັບ​ທ່ານ​ນາງ​ອອງ​ຊານ​ຊູ​ຈີ,​ປະ​ທານ​ສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ຂອງ​ມຽນ​ມາ​ຫຼື​ບໍ່.​ໃນ​ວັນ​ທີ​17​ພະ​ຈິກ​ແລ້ວ​ນີ້,​ທ່ານ​ບາ​ຣັກ ​ໂອ​ບາ​ມາ,​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ລົມ​ກັບ​ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ຜ່ານ​ທາງ​ໂທ​ລະ​ສັບ​ເປັນ​ເທື່ອ​ທຳ​ອິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ