ການ​ປະ​ທ້ວງ​ຢູ່​ເອ​ຢິບ​ຍັງ​ດຳ​ເນີນ​ຕໍ່​ມາ,​ການ​ປະ​ທະ​ກັນ​ໄດ້​ເຮັດ​ໃຫ້​32​ຄົນ​​ເສຍ​ຊີ​ວິດ

(GMT+08:00) 2011-11-24 16:13:52     cri
ຕາມ​ຂ່າວCRI:ວັນ​ທີ23​ພະຈິກ​ນີ້,ກະຊວງ​ສາທາລະນະ​ສຸກ​ເອຢິບ​ກ່າວ​ວ່າ,ການ​ປະ​ທະ​ກັນ ຍ້ອນ​ການ​ປະ​ທ້ວງ​ທີ່​ເກີດ​ຂຶ້ນ​ແຕ່​ວັນ​ທີ18​ພະ​ຈິກ​ມາ​ນີ້​ຢູ່​ຕາມ​ແຫ່ງ​ຕ່າງໆ​ຂອງ​ເອ​ຢິບ,​ຄື:​ນະ​ຄອນ​ຫຼວງ​ເລີ​ແກ​ເປັນ​ຕົ້ນ​ຍັງ​ດຳ​ເນີນ​ຕໍ່​ມາ,​ປະ​ຈຸ​ບັນ​ນີ້​ໄດ້​ເຮັດ​ໃຫ້ມີ​ຜູ່​ເສຍ​ຊີ​ວິດ​32​ຄົນ​ແລະ​ບາດ​ເຈັບ​ຫຼາຍ​ກວ່າ​2​ພັນ​ຄົນ.

​ໂຄສົກ​ຂອງ​ກະຊວງ​ສາທາລະນະ​ສຸກ​ກ່າວ​ວ່າ,​ຜູ່​ເສຍ​ຊີ​ວິດ​ສ່ວນ​ຫຼາຍ​ແມ່ນ​ຄົນ​ເລີ​ແກ.ຂ່າວ ສານ​ທາງ​ການ​ຂອງ​ເອ​ຢິບ​ລາຍ​ງານ​ວ່າ,​ການ​ປະ​ທະ​ກັນ​ໄດ້​ເຮັດ​ໃຫ້​ຕຳ​ຫຼວດ​ແລະ​ທະ​ຫານ ​ໄດ້​ຮັບ​ບາດ​ເຈັບ​180​ຄົນ.​ວັນ​ທີ​23​ພະ​ຈິກ​ນີ້,​ຍັງ​ມີ​ຜູ່​ປະ​ທ້ວງ​ໝື່ນ​ກວ່າ​ຄົນ​ເຕົ້າ​ໂຮມ​ກັນ​ຢູ່​ສະ​ໜາມ​ຫຼວງ​ປົດ​ປ່ອຍ​ທີ່​ໃຈ​ກາງ​ນະ​ຄອນ​ຫຼວງ​ເລີ​ແກ,​ເພື່ອ​ຮຽກ​ຮ້ອງ​ໃຫ້​ຄະ​ນະ​ກຳ​ມະ​ກາ​ສູງ​ສຸດ​ຂອງ​ກອງ​ທັບ​ເອ​ຢິບ ມອບ​ອຳ​ນາດ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ທັນ​ທີ.​ການ​ປະ​ທະ​ກັນ​ລະ​ຫວ່າງ​ຜູ່​ປະ​ທ້ວງ​ກັບ​ທະ​ຫານ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ສຳ​ນັກ​ງານ​ກະ​ຊວງ​ພາຍ​ໃນ​ຂອງ​ເອຢິບ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ​ຕື່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ