ຈັດ​ກິດຈະກຳລະ​ລຶກ​ສະຖານ​ທີ່​ກຳ​ເນີ​ດຂອງCRIຢູ່​ເມືອງ​ເຊີ​ຊຽນ​ແຂວງ​ເຫີ​ເປີ​ຍ

(GMT+08:00) 2011-11-25 16:32:02     cri
ເພື່ອ​ລະ​ລຶກພາລະກິດການ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຈີນ​ແລະ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຫຼືCRIສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ​70​ປີ,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ຈັດ​ກິດຈະກຳ​ລະ​ລຶກ​ແຫຼ່ງກຳ​ເນີ​ດCRIພ້ອມ​ທັງ​ເປີດ​ປ້າຍ​ສະຖານ​ທີ່​ເກົ່າ​ແຫ່ງ​ການ​ເລີ່​ມອອກ​ອາກາດ​ລາຍການ​ພາສາ​ອັງກິດ​ໃນ​ວັນ​ທີ25​ພະຈິກ​ນີ້​ຢູ່​ບ້ານ​ຊ້າ​ເຮີ​​ເມືອງ​ເຊີ້​ຊຽນນະຄອນ​ຫານ​ຕ່າ​ນ​ແຂວງ​ເຫີ​ເປີ​ຍຂອງ​ຈີນ.

ວັນ​ທີ11​ກັນຍາ​ປີ1947,ສະຖານີວິທະຍຸ​ກະຈາຍສຽງຊິນ​ຮວາ​ສ້າ​ນ​ເປີ​ຍທີ່​ໄດ້​ຍ້າຍ​ໄປ​ຕັ້ງ​ຢູ່ບ້ານ​ຊ້າ​ເຮີ​ເມືອງ​ເຊີ້​ນະຄອນ​ຫານ​ຕ່ານ​ນັ້ນ​ໄດ້​ເລີ່​ມອອກ​ອາກາດ​ລາຍການ​ພາສາ​ອັງກິດ​ຊຶ່ງ​ເປັນ​ການ​ເລີ່​ມອອກ​ອາກາດລາຍການ​ພາກ​ພາສາ​ອັງກິດ​ຂອງ​ວິທະຍາສາ​ກົນ​ແຫ່ງ​ປະ​ເທດ​ຈີນ.

ໃນ​ພິທີ​ເປີດ​ປ້າຍ,ທ່ານ​ເຊ້ຍຈີ​ຊ່ຽນ ຮອງຫົວໜ້າ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກ່າວ​ວ່າ,ການ​ອອກ​ອາກາດ​ລາຍການ​ພາສາ​ອັງກິດ​ໄດ້​​ເປັນສັກ​ສີ​ພິຍານ​ແລະ​ບັນທຶກ​ການ​ກຳ​ເນີ​ດ​ແລະ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຈີນ​ໃໝ່,​ໄດ້​ປະກອບສ່ວນ​ອັນ​ສຳຄັນ​​ເຂົ້າ​ໃນ​ການ​ແນະນຳ​ປະ​ເທດ​ຈີນ​ຕໍ່​ຕ່າງປະ​ເທດ,ລາຍ​ງານ​ຂ່າວ​ໂລກ,​ເພີ່ມ​ທະວີ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຈີນ​ກັບ​ປະຊາຊົນ​ໃນ​ປະ​ເທດ​ຕ່າງໆ​ຂອງ​ໂລກ.

ທ່ານ​ເຊ້ຍ​ຈີ​ຊ່ຽນ​ກ່າວ​ວ່າ,​ໃນ​ຕໍ່ໜ້າ,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຈະ​ຍົກ​ສູງ​ຄວາມ​ສາມາດ​ຮອບດ້ານ​ໃນ​ການ​ລາຍ​ງານ​ຂ່າວ​ຕໍ່​ສາ​ກົນ,​ສ້າງວິທະຍຸ​ສາກົນ​ແຫ່ງປະ​ເທດ​ຈີນ​ໃຫ້​ເປັນ​ສື່​ສາ​ກົນ​ສັງ​ລວມ​ແບບ​ໃໝ່​ທີ່​ທັນ​ສະ​ໄໝ,ສ້າງ​ສະພາບ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ພາລະກິດ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ