ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປຶກ​ສາ​ຫາລື​ສະ​ຖາ​ນະ​ການ​ຕາ​ເວັນ​ອອກ​ກາງຂອງ​ປະ​ເທດBRICS

(GMT+08:00) 2011-11-25 16:38:54     cri
ກອງ​ປະຊຸມ​ປຶກສາ​ຫາລື​ລະດັບ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຂອງ​ປະ​ເທດ​ເບຼຊີ​ນ ຣັດ​ເຊຍ,ອິນ​ເດຍ​,ຈີນ​ແລະ​ອາ​ຟິຼກກາ​ໃຕ້​ຫຼື BRICS​​ກ່ຽວ​ກັບ​ສະຖາ​ນະ​ການ​ຕາ​ເວັນ​ອອກ​ກາງໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ24​ພະຈິກ​ນີ້ຢູ່​ນະ​ຄອນ​ຫຼວງ​ມົສ​ກູ​ຂອງ​ຣັດ​ເຊຍ​.ທ່ານ​ຈາ​ຍຈຸ້ນ ລັດຖະມົນ​ຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ພ້ອມດ້ວຍ​ຜູ່​ຕາງໜ້າ​ຂອງຣັດ​ເຊຍ,ອິນ​ເດຍ,​ເບຼຊີ​ນ​ແລະ​ອາ​ຟິຼກກາ​ໃຕ້​ຕ່າງ​ໄດ້​ນຳພາ​ຄະນະ​ຜູ່​ແທນ​ຂອງ​ປະ​ເທດ​ຕົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ວັນ​ທີ24​ພະຈິກ​ນີ້​, ກອງ​ປະຊຸມໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ໂດຍ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ເຄົາລົບຄວາ​ມ​ເປັນ​ເອກະລາດ​ຂອງ​ອຳ​ນາດ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຕ່າງໆໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ,ດຳ​ເນີນ​ການ​ສົນທະນາ​ຢ່າງ​ກວ້າງຂວາງ​ດ້ວຍ​ສັນຕິ​ວິທີ,ຕັ້ງໜ້າ​ຊອກ​ຫາ​ວິທີ​ແກ້​ໄຂ​ວິ​ກິດ​ການ.ຖະ​ແຫຼ​ງການຍັງ​ແຈ້ງ​ວ່າ,​5ປະ​ເທດ​BRICS​ຄັດ​ຄ້ານ​ອິດ​ທິ​ກຳ​ລັງ​ພາຍ​ນອກ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ,​ມີ​ຈຸດ​ຢືນ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະຊາ​ຊາດ​ເສີມ​ຂະຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ.​5​ປະ​ເທດ​BRICS​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ສະ​ຖຽນ​ລະ​ພາບ,​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ