ໃນ3​ໄຕ​ມາດ​ປີ​ນີ້,ຟີ​ລິບ​ຟິນດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​30%

(GMT+08:00) 2011-11-25 16:44:00     cri
ຕາມ​ຂ່າວສານ​ຈີນ: ກົມ​ສະຖິຕິ​ແຫ່ງ​ຊາດ​ຟີ​ລິບປິນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ສະຖິຕິ​ໃນ​ວັນ​ທີ24​ພະຈິກ​ນີ້​ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ3​ໄຕ​ມາດ​ຜ່ານ​ມາ,ອົງການ​ສົ່ງ​ເສີມ​ການ​ລົງທຶນ​ທີ່​ມີ​ຊື່​ສຽງ4​ແຫ່ງ​ຂອງ​ຟີ​ລິບ​ປິນ​ໄດ້​ອະນຸມັດການ​ລົງທຶນ​ຂອງ​ນັກທຸລະກິດ​ຕ່າງປະ​ເທດ​ໃນ​ມູນ​ຄ່າ​ທີ່​ມີ​ເຖິງ​ປະມານ575​ລ້ານໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ປະມານ32%.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເບິ່ງຈາກ​ດ້ານ​ຂະ​ແໜງ​ການ​ແລ້ວ, ຂະ​ແໜງ​ການ​ຜະລິດ,ຂະ​ແໜງ​ການ​ພະ​ລັງ​ງານ​ໄຟ​ຟ້າ​ແລະ​ອາຍ​ແກັສ​ທຳ​ມະ​ຊາດ,​ຂະ​ແໜງ​ການ​ອະ​ສັງ​ຫາ​ລິ​ມະ​ຊັບ​ເປັນ​3​ຂະ​ແໜງ​ການ​ທີ່​ສາ​ມາດ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ​ໝູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ