ອະ​ດີດນາຍົກລັດຖະມົນຕີ​ເອຢິບ​ເຫັນ​ດີ​ໃນ​ເບື້ອງ​ຕົ້ນ​ຮັບຜິດຊອບ​ຈັດ​ຕັ້ງ​ລັດຖະບານ​ຊຸດ​ໃໝ່​

(GMT+08:00) 2011-11-25 15:56:57     cri
ວັນ​ທີ24ພະຈິກ​ນີ້, ບຸກຄົນ​ກອງທັບເອຢິບ​​ເຜີຍ​ໃຫ້​ຮູ້​ວ່າ, ທ່ານຄາ​ມານ​ ອານ ກັນ​ຊູຣີ, ອະດີດ​ນາຍົກລັດຖະມົນຕີ​ເອຢິບ​ໄດ້​ເຫັນ​ດີ​​ໃນ​ເບື້ອງ​ຕົ້ນຮັບ​ເອົາ​ການ​ມອບ​ໝາຍ​ຂອງ​ກອງທັບ,ຮັບ​ຜິດ​ຊອບ​​ໃນ​ການຈັດ​ຕັ້ງ​ລັດຖະບານ​ຊຸດ​ໃໝ່. ​ແຕ່ກອງທັບ​ຍັງ​ບໍ່​ໄດ້​ມີ​ການ​ແຕ່ງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​.

ມື້​ດຽວ​ກັນ,ການ​ປະ​ທ້ວງ​ຍັງ​ສືບ​ຕໍ່​ດຳ​ເນີນ​ຢູ່​ສະໜາມ​ຫຼວງ​ປົດ​ປ່ອຍຂອງ​ນະຄອນຫຼວງ​ເລີ​ແກ,​ແຕ່​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​ປະ​ທ້ວງ​ໄດ້​ຫຼຸດ​ລົງ,ຕຳຫຼວດ​ກໍ່​ບໍ່​ໄດ້​ປະ​ທະ​ກັນ​ກັບ​ຜູ້​ປະ​ທ້ວງ.

​ເນື່ອງ​ຈາກ​ວ່າຢູ່​ເອຢິບມີການ​ປະ​ທະ​ກັນ​ລະຫວ່າງ​ຕຳຫຼວດ​ກັບ​ກຸ່ມ​ຜູ້​ປະ​ທ້ວງ​ຢ່າງ​ຕໍ່​ເນື່ອງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້,ວັນ​ທີ20ພະຈິກ​ນີ້, ຄະນະລັດຖະບານ​ເອຢິບ​ທີ່​ນຳພາ​ໂດຍ​ທ່ານອິສຊຳ ຊາຣາຟ,ນາຍົກລັດຖະມົນຕີ​ເອຢິບ​ໄດ້​ຍື່ນ​ໃບ​ລາ​ອອກ​ຈາກ​ຕຳ​ແໜ່​ງ​​ໄປ​ຍັງ​ກອງທັບ. ວັນ​ທີ22ພະຈິກ​ນີ້, ທ່ານ​ໂມ​ຮາ​​ເໝັດ ຮຸດເຊັນ ຕານ​ຕາ​ວີ, ປະທານ​ຄະນະ​ກຳມະການ​ສູງ​ສຸດ​ຂອງ​ກອງທັບ​​ໄດ້ປະກາດ​ຮັບ​ເອົາ​ໃບ​​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງຄະນະ​ລັດຖະບານ,​ແລະຈະຈັດ​ຕັ້ງ​ລັດຖະບານ​ກອບ​ກູ້​ຊາດ,​ແລະ​ຈັດການ​ເລືອກ​ຕັ້ງ​ປະທານາທິບໍດີ​ກ່ອນ​ວັນ​ທີ30ມິ​ຖຸນາ2012.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ