ທ່ານໂມ​ຮາ​​ເໝັດ ອາບບັສ​ແລະ​ທ່ານ​ຄາ​ເລັດ ​ເມີ​ຊາ​ອານ​ປະກາດ​ເລີ່​ມຕົ້ນ​ການ​ພົວພັນ​ໝູ່ຄູ່ປາ​ແລັສຕິນ​ທີ່ໃໝ່

(GMT+08:00) 2011-11-25 16:12:06     cri
ວັນ​ທີ24ພະຈິກ​ນີ້, ຫຼັງ​ຈາກ​ທ່ານໂມ​ຮາ​​ເໝັດ ອາບບັສ,ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ແລັສຕິນ ​ຜູ້ນຳ​ຂອງ​ອົງການຟາ​ຕາກັບ​ທ່ານ​ຄາ​ເລັດມິ​ຊາ​ອານ,ຜູ້ນຳ​ກົມ​ການ​ເມືອງ​ຂອງ​ອົງການຮາ​ມັສຈັດການ​ເຈລະຈາຢູ່​ນະຄອນຫຼວງ​ເລີ​ແກ​ຂອງ​ເອຢິບ​ແລ້ວ,ສອງ​ຝ່າຍ​ຈະ​ເລີ່​ມຕົ້ນ​ການ​ພົວພັນ​ໝູ່ຄູ່​ປາ​ແລັສຕິນທີ່​ໃໝ່.

ຕາມ​ສະຖານີ​ໂທລະພາບ​ແຫ່ງ​ຊາດ​ເອຢິບ​ລາຍ​ງານ​ວ່າ,ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ໃນ​ສັນຍາ​ວ່າ​ດ້ວຍ​ຄວາມ​ ​ປອງ​ດອງ​ກັນ​ພາຍ​ໃນ​ປາ​ແລັສຕິນ. ທ່ານໂມ​ຮາ​ເໝັດ ອາບບັສ​ຍັງ​ໄດ້​ແຈ້ງສະພາບ​ຄວາມ​ພະຍາຍາມ​ຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ແລັສຕິນ​​ໃຫ້​ທ່ານ​ຄາ​​ເລັດ ​ມິ​ຊາ​ອານ​ໄດ້​ຮັບ​ຊາບກ່ຽວ​ກັບ​ແນວທາງໃນ​ການສະ​​ແຫວງຫາ​ເປັນ​ປະ​ເທດ​ສະມາຊິກ​​ສົມບູນ​ຂອງ​ອົງການສະຫະ​ປະຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ