ສັນນິບາດ​ປະ​ເທດ​ອາຣັບ​ຮຽກຮ້ອງ​ໃຫ້​ລັດຖະບານ​ຊີ​ລີ​ເຊັນ​ສັນຍາ​ການ​ສົ່ງ​ຄະນະຜູ້ສັງ​ເກດ​ການໃນ48ຊົ່ວ​ໂມງ

(GMT+08:00) 2011-11-25 11:44:38     cri
ຕາມ​ຂ່າວCRI: ​ວັນ​ທີ24ພະຈິກ​ນີ້, ສັນນິບາດ​ປະ​ເທດ​ອາຣັບ​​ໄດ້ປະກາດ​ຫຼັງ​ຈາກ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ວ່າ, ຈະ​ໃຫ້​ເວ​ລາ​2​ມື້​ແກ່​ລັດຖະບານ​ຊີ​ລີ​ເພື່ອລົງ​ລາຍ​ເຊັນ​ໃນ​ສັນຍາ​ກ່ຽວ​ກັບ​ການອະນຸຍາດ​ໃຫ້ ສັນນິບາດ​ປະ​ເທດ​ອາຣັບ​ສົ່ງ​ຄະນະ​ຜູ້ສັງ​ເກດ​ການ​ໄປ​ຊີ​ລີ​ທີ່​ສັນນິບາດ​ປະ​ເທດ​ອາຣັບ​ໄດ້​ສະ​ເໜີ​ອອກ​ໃນ​ວັນ​ທີ16ພະຈິກ​ນີ້.

ກອງ​ປະຊຸມ​ໄດ້​ຕົງ​ລົງ​ວ່າ, ​ຫຼັງຈາກ​ເຊັນ​ສັນຍາ​​ແລ້ວສັນນິບາດ​ອາຣັບຈະສົ່ງ​ຄະນະຜູ້​ສັງ​ເກດ​ການ​​ເຂົ້າ​ສູ່​ຊີ​ລີ​​ໃນ​ທັນທີ, ​ເພື່ອ​​ເຮັດສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ກຳນົດ​ໃນ​ສັນຍາ. ຖ້າວ່າ​ລັດຖະບານ​ຊີ​ລີ​ບໍ່​ຍິນ​ຍອມ​ລົງ​ລາຍ​ເຊັນ​ໃນ​ສັນຍາ​ຕາມ​ເວລາ​ກຳນົດ, ສັນນິບາດ​ປະ​ເທດ​ອາຣັບ​ຈະ​ພິຈາລະນາ​ໃຫ້ການ​ລົງ​ໂທດ​ດ້ານ​ເສດຖະກິດ​ແກ່​ຊີ​ລີ.

ໃນ​ຕອນ​ເຊົ້າ​ວັນ​ທີ24ພະຈິກ​ນີ້, ​ເລ​ຂາ​ທິການ​ໃຫຍ່ ສັນນິບາດ​ປະ​ເທດ​ອາຣັບ​ໄດ້​ຮັບ​ຈົດໝາຍ​ຈາກ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຊີ​ລີ, ​ເນື້ອ​ໃນ​ຈົດໝາ​ຍຂຽນ​ວ່າ​ລັດຖະບານ​ຊີ​ລີ​​ເຫັນ​ດີ​ນຳ​ຮ່າງ​ແຜນການ​ສັນຍາ​ກ່ຽວ​ກັບ​ການ​ສົ່ງ​ຄະນະ​ສັງ​ເກດ​ການ​ໄປ​ຊີ​ຮີ. ​ແຕ່​​ເວລາ​ຕໍ່​ມາລັດຖະບານ​ຊີ​ລີ​ໄດ້​ສົ່ງ​ຈົດໝາຍ​ໄປ​ຍັງ​ຄະນະ​ກຳມະການ​ລະດັບ​ລັດຖະມົນຕີ​ຂອງສັນນິບາດ​ປະ​ເທດ​ອາຣັບ​, ກ່າວ​ວ່າ​ລັດຖະບານ​ຊີ​ລີ​ຈະ​ບໍ່​ສົ່ງ​ຜູ້ຕາງໜ້າ​ໄປ​ເຊັນ​ສັນຍາຢູ່​ນະຄອນຫຼວງ​ເລີ​ແກຂອງ​ເອຢິບ​ເປັນ​ຊົ່ວຄາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ