​ເຈົ້າໜ້າ​ທີ່​ຈີນ​ກ່າວ​ຢ້ຳວ່າ​ຈີນ​ຈະ​ສືບ​ຕໍ່​ພັດທະນາ​ພະລັງງານ​ນິວ​ເຄຼຍ

(GMT+08:00) 2011-11-25 11:49:44     cri
ຕາມ​ຂ່າວCRI: ວັນ​ທີ24ພະ​ຈິກ​ນີ້, ທ່ານ​ຈາງ​ກົວ​ປາວ​ຫົວໜ້າ​ກົມ​ພະລັງງານ​ແຫ່ງ​ຊາດ​ຈີນ​ທີ່​ເດີນທາງ​ໄປ​ນະ​ຄອນ​ຫຼວງ​ປາ​ຣີ​ຂອງ​ຝຣັ່ງ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ ກອງ​ທຶນສາກົນ​ຂອງ​ເວທີ​ປຶກສາ​ຫາລື​ທະວີບອາຊີ​ໂປ​ອາວ​​ໄດ້​ກ່າວ​ຢ້ຳວ່າ, ຈີນ​ຈະ​ສືບ​ຕໍ່​ພັດທະນາ​ພະລັງ​ງານ​ນິວ​ເຄຼຍ, ​ເຕັກ​ໂນ​ໂລ​ຊີ​ທີ່​ມີໃນ​ປະຈຸ​ບັນ​ນີ້​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ນິວ​ເຄຼຍ​ໄດ້​ຢ່າງ​ແນ່​ນອນ.

​ໃນ​ມື້​ດຽວ​ກັນທ່ານ​ຈາງ​ກົວ​ປາວ​ໄດ້​ກ່າວ​ວ່າ, ປະຈຸ​ບັນ​ນີ້ອັດຕາ​ມາດຕາ​ສ່ວນຂອງການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ນິວ​ເຄຼຍ​​ໃນ​ໂຄງ​ປະກອບ​ພະລັງງານ​ຂອງຈີນຍັງ​ມີ​ໜ້ອຍ​, ພະລັງງານ​ນິວ​ເຄຼຍຈະ​ແມ່ນ​ສ່ວນ​ປະກອບ​ທີ່ສຳຄັນ​ດ້ານ​ພະລັງງານ​ໃນ​ອານາ​ຄົດ​ຂອງ​ຈີນ. ທ່ານ​ກ່າວ​ວ່າ, ການ​ໃຊ້​ພະລັງງານ​ນິວ​ເຄຼຍ​​ໂດຍ​ສັນຕິ​ຈະ​ມີບົດບາດອັນ​ສຳຄັນ​ໃນ​ໂຄງ​ປະກອບ​ພະລັງງານ​ຂອງ​ມະນຸດ​ໃນ​ອານາ​ຄົດ. ປະຊາຊົນ​ທົ່ວ​ໂລກ​ສາມາດ​ຖອດ​ຖອນ​ບົດຮຽນ​ຈາກອຸປະຕິ​ເຫດນິວ​ເຄຼຍທີ່​ເກີດ​ຂຶ້ນ​ຢູ່​ເກາະ​ຟູ​ກູ​ຊີ​ມາຂອງ​ຍີ່ປຸ່ນ. ເບິ່ງ​ທາງດ້ານ​ເຕັກ​ໂນ​ໂລ​ຊີ​ແລ້ວ, ຖ້າວ່າ​​ເກີດ​​ໄພແຜ່ນດິນ​ໄຫວ​ແລະຄຶ້ນສື​ນາ​ມິ​ທີ່ຄ້າຍຄື​ກັບ​ໄພທີ່​ເກີດ​ຂຶ້ນ​ຢູ່​ຍີ່ປຸ່ນ, ​ເຕັກ​ໂນ​ໂລ​ຊີຂອງ​ຈີນ​​ໃນ​ປະຈຸ​ບັນ​ນີ້​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ນິວ​ເຄຼຍ​ໄດ້​ຢ່າງ​ແນ່ນ​ອນ.

ທ່ານ​ຈາງ​ກົວ​ປາວ​ຍັງ​ກ່າວ​ເນັ້ນ​ວ່າ, ອຸປະຕິ​ເຫດ​ນິວ​ເຄຼຍມີ​ຜົນ​ສະທ້ອນ​ຕໍ່​ທົ່ວ​ໂລກ. ສະ​ນັ້ນ, ປະ​ເທດ​ຕ່າງໆ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມືສາກົນ​​ໃນ​ບັນຫາ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ