ປອກຕຸຍ​ການ​ເກີດ​ການ​ນັດ​ຢຸດ​ງານ​ເພື່ອ​ປະ​ທ້ວງ​ນະ​ໂຍ​ບາຍ​ຮັດ​ກຸມ​ການ​ເງິນ ຄວາມ​ໜ້າ​ເຊື່ອ​ຖື​ຕໍ່​ໜີ້​ສາ​ທາ​ລະ​ນະ​ຂອງ​ລັດ​ຖະ​ບານ​ຖືກ​ຫຼຸດ​ລົງ​ອີກ

(GMT+08:00) 2011-11-25 11:07:15     cri
ຍ້ອນ​ບໍ່ພໍ​ໃຈ​ນຳ​ລັດຖະບານ​ທີ່ປະຕິບັດນະ​ໂຍບາຍຮັດກຸມ​ການ​ເງິນ, ວັນ​ທີ 24 ພະຈິກ​ນີ້, ການບິນ​ພົນລະ​ເຮືອນ, ທາງ​ລົດ​ໄຟ, ອົງການ​ປົກຄອງ​ລັດຖະບານ, ​ໂຮງຮຽນ​ແລະອົງການ​ບໍລິຫານ​ສາທາລະນະອື່ນໆ​ຫຼາຍ​ແຫ່ງ​ໃນ​ປອກຕຸຍ​ການ​ໄດ້​ຢຸດ​ການ​ເຮັດ​ວຽກ​ປະຈຳ​ວັນ, ​ເຮັດ​ໃຫ້ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຖືກ​ກະທົບ.

ຢູ່​ນະຄອນຫຼວງລິ​ສບອນ, ລົດ​ໄຟ​ໃຕ້​ດິນທົ່ວ​ເມືອງ​ໄດ້​ຢຸດ​ການ​ບໍລິການ, ​ໂຮງຮຽນ​ຢຸດ​ການ​ສອນ, ອົງການລັດ​ຖະບານຫຼາຍ​ແຫ່ງ​ໄດ້ຢຸດ​ການ​ເຮັດ​ວຽກ, ຈົນຮອດ​ກຳມະກອນ​ເຮັດ​ວຽກ​ງານ​ອະນາ​ໄມກໍ່​ໄດ້​ເຂົ້າ​ຮ່ວມ​ການ​ນັດ​ຢຸດ​ງານ.

ວັນ​ທີ 24 ພະຈິກ​ນີ້, ຟິດຈ໌ ​ເຣດຕິງ(Fitch Rating), ​ເຊິ່ງ​ເປັນອົງການ​ປະ​ເມີນສາກົນ​ໄດ້​ປະກາດ​ບົດ​ລາຍ​ງານສະບັບໜຶ່ງ, ​ໂດຍ​ກ່າວ​ວ່າ, ຍ້ອນ​ປອກຕຸຍ​ການມີໜີ້ສິນຫຼາຍ​ແລະ​ອະນາຄົດ​ຂອງ​ເສດຖະກິດ​ບໍ່​ດີ​ປານ​ໃດ, ສະ​ນັ້ນ, ຈຶ່ງ​ໄດ້ຫຼຸດຄວາມໜ້າ​ເຊື່ອ​ຖື​ຕໍ່​ໜີ້​ສາທາລະນະ​ຂອງ​ລັດຖະບານ​ປອກຕຸຍ​ການ​ລົງຈາກ "BBB-" ມາ​ເປັນ "BB+", ນີ້​ເຮັດ​ໃຫ້​ການ​ຕີ​ລາຄາ​ຕໍ່​ຄວາມ​ສິນ​ເຊື່ອ​ຂອງ​ລັດຖະບານ​ປອກຕຸຍ​ການ​ຢູ່​ໃນ​ລະດັບ​ຂີ້​ເຫຍື້ອ. ນອກ​ນັ້ນ, ອົງການ ຟິດຈ໌ ​ເຣດຕິງ(Fitch Rating) ​ຍັງ​ປະ​ເມີນ​ຄວາມໜ້າ​ເຊື່ອ​ຖື​ທາງ​ດ້ານໜີ້​ສາທາລະນະ​ຂອງ​ລັດຖະບານ​ປອກຕຸຍ​ການ​​ໃນ​ອານາ​ຄົດໄປ​ໃນ​ທາງ​ລົບ, ນີ້ໝາຍ​ຄວາມ​ວ່າ, ການ​ປະ​ເມີນ​ຜົນ​ຄວາມໜ້າ​ເຊື່ອ​ຖື​ທາງ​ດ້ານໜີ້​ສາທາລະນະ​ຂອງ​ປອກຕຸຍ​ການ​ອາດ​ຈະ​ຖືກຫຼຸດຕ່ຳລົງ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ