ລັດຖະບານ​ຊົ່ວຄາວ​ລີ​ບີ​ສາ​ບານ​ຕົວ​​ເຂົ້າ​ຮັບ​ຕຳ​ແໜ່ງ

(GMT+08:00) 2011-11-25 11:17:18     cri

ວັນ​ທີ 24 ພະຈິກ​ນີ້, ລັດຖະບານ​ຊົ່ວຄາວ​ລີ​ບີ​ຈັດ​ພິທີ​ສາບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່​ງຢູ່​ສູນ​ອິສລາວ​ໃນ​ນະຄອນຫຼວງ​ຕຼີ​ໂປ​ລີ. ສະມາຊິກ​ຄະນະ​ລັດຖະບານ​ຊົ່ວຄາວ 19 ຄົນ​ເຊັ່ນ: ທ່ານ​ອັບ​ດູລາ​ຮິມ ​ເອລ ​ຄິບ, ນາຍົກ​ລັດຖະ​ມົນຕີ​ລັດຖະບານ​ຊົ່ວຄາວ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ພິທີ, ມີຮອງ​ນາຍົກ​ລັດຖະ​ມົນຕີ​ໜຶ່ງທ່ານ​ແລະ​ລັດຖະ​ມົນຕີ​ວ່າການ​ກະຊວງ​ອີກ 7 ທ່ານ​ບໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ສາບານ​ຕົວ. ​ໃນ​ເວລາ​ປະກອບ​ພິທີ, ມື​ຂວາ​ຂອງ​ເຂົາ​ເຈົ້າ​ວາງໄວ້​ຢູ່​ເທີ​ງຄຳ​ພີ​ໂກຣານ, ສາບານ​ຕົວ​ຢູ່​ຕໍ່ໜ້າ​ທ່ານ​ມຸສຕາ​ຟາ ອັບ​ດຸນ ຈາລີ, ປະທານ "ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ" ລີ​ບີ​ແລະ​ທຸງ​ຂອງ​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ.


ເມື່ອ​ພິທີ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ຄິບກ່າວ​ວ່າ, ລັດຖະບານ​ຊົ່ວຄາວ​ມີ​ຕຳ​ແໜ່ງລັດ​ຖະມົນຕີ​ວ່າການ​ກະຊວງ 24 ຕຳ​ແໜ່​ງ, ດັ່ງ​ນັ້ນ​ຈຶ່ງ​ບໍ່​ສາມາດກວມ​ເອົາ​ທຸກ​ເຂດ​ຂອງ​ລີ​ບີ​ໄດ້, ​ແຕ່ "ຂ້າພະ​ເຈົ້າ​ແມ່ນ​ລູກ​ຊາຍ​ຂອງ​ລີ​ບີ, ຂ້າ​ພະ​ເຈົ້າ​ຕາງໜ້າ​ໃຫ້​ຄະນະ​ລັດຖະບານ​ທຸກ​ທ່ານ ຂໍ​ສາບານ​ຕໍ່​ປະຊາຊົນ​ລີ​ບີ​ໝົດ​ທຸກ​ຄົນ​ວ່າ, ຈະ​​ປະຕິບັດ​ສິດ​ແລະ​ໜ້າ​ທີ​ຮັບຜິດຊອບ​ຂອງ​ລັດຖະບານ​ເປັນ​ຢ່າງ​ດີ, ຈະ​ເອົາ​ໃຈ​ໃສ່​ຕໍ່​ທຸກ​ກຸ່ມ​ຄົນ."

ທ່ານ​ອາ​ຊູ ​ເບັນ ຄາຍ​ອານ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດທີ່​ຫາ​ກໍ່​ຂຶ້ນ​ຮັບ​ຕຳ​ແໜ່​ງຂອງ​ລັດຖະບານ​ຊົ່ວຄາວ​ກ່າວ​ວ່າ, ປະຈຸ​ບັນ, ລີ​ບີ​ກຳລັງ​ຢູ່​ໃນ​ໄລຍະ​ສ້າງສາ​ຄືນ​ໃໝ່, ຍິນ​ດີ​ຕ້ອນຮັບ​ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆທີ່​ໃຫ້​ການ​ຊ່ວຍ​ເຫຼືອ. ທ່ານ​ຍັງ​ກ່າວ​ວ່າ, ທ່ານ​ຄອງ​ຄອຍ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຈີນ.

ວັນ​ທີ 23 ພະຈິກ​ນີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ສ້າງ​ຕັ້ງ​ລັດຖະບານ​ຊົ່ວຄາວ​ລີ​ບີ​ຂຶ້ນ​ເປັນ​ຂີ​ດໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຂະ​ບວນການ​ຂ້າມ​ຜ່ານທາງ​ການ​ເມືອງຂອງ​ລີ​ບີ​ໄດ້​ມີ​ຄວາມ​ຄືບ​ໜ້າ​ທີ​ສຳຄັນ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້. ຈີນ​ຈະ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ກັບ​ລີ​ບີ, ຊຸກ​ຍູ້​ໃຫ້ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ລີ​ບີ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ຍິນ​ດີ​ເສີ​ມຂະຫຍາຍ​ບົດບາດ​​ໃນ​ທາງ​ສ້າງສັນ​ເຂົ້າ​ໃນ​ການ​ສ້າງສາ​ຄືນ​ໃໝ່​ຂອງ​ລີ​ບີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ