ສະ​ຫະ​ພາບ​ເອີ​ຣົບ​ເຕືອນ​ວ່າ,​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ພວມ​ແຜ່​ຂະ​ຫຍາຍ​ໄປ​ສູ່​ປະ​ເທດ​ໃຈ​ກາງ​ຂອງ​ເຂດ​ໃຊ້​ເງິນ​ເອີ​ໂຣ

(GMT+08:00) 2011-11-25 14:37:28     cri
ວັນ​ທີ24​ພະຈິກ​ນີ້,​ໃນ​ເວທີ​ປຶກສາ​ຫາລື​ປະທານາທິບໍດີ​ທີ່​ຈັດ​ຂຶ້ນຢູ່​ແຮນ​ຊີງ​ກີ​ຂອງ​ແຟງລັງ, ທ່ານ​ໂອ​ລີ ​ເຣນ,​ກຳ​ມະ​ການ​ຜູ່​ຮັບ​ຜິດ​ຊອບ​ວຽກ​ງານ​ເສດ​ຖະ​ກິດ​ແລະ​ເງິນ​ຕາ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ​ກ່າວ​ເຕືອນ​ວ່າ,​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ໄດ້​ປະ​ກົດ​ມີ​ໄພ​ອັນ​ຕະ​ລາຍ​ທີ່​ຈະ​ແຜ່​ຂະ​ຫຍາຍ​ໄປ​ສູ່​ອົງ​ກອນ​ເສດ​ຖະ​ກິດ​ທີ່​ປອດ​ໃສ​ຢູ່​ເຂດ​ໃຊ້​ເງິນ​ເອີ​ໂຣ.

ທ່ານ​ເຣນກ່າວ​ວ່າ,ມີສອງ​ເສັ້ນທາງ​ຢູ່​ຕໍ່ໜ້າ,ຄື​ໜຶ່ງ​ແມ່ນ​ເຂດ​ໃຊ້​ເງິນ​ເອີ​ໂຣລົ້ມລະ ລາຍ,ສອງ​ແມ່ນ​ເຂດ​ໃຊ້​ເງິນ​ເອີ​ໂຣ​ຈະ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຕື່ມ​ອີກ.​ທ່ານ​ຮຽກ​ຮ້ອງ​ໃຫ້ປະ​ເທດ​ເຂດ​ໃຊ້​ເງິນ​ເອີ​ໂຣ​ເລັ່ງ​ລັດ​ທຳ​ການ​ຕັດ​ສິນ​ໃຈ,​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ຂອງ​ເຂດ​ໃຊ້​ເງິນ​ເອີ​ໂຣ.

ໃນ​ມື້ດຽວ​ກັນ,ຜູ່​ນຳ​ຂອງຝະຣັ່ງ,​ເຢຍລະ​ມັນ,ອີ​ຕາ​ລີ,ຈັດ​ກອງ​ປະຊຸມສຸດ​ຍອດ​ຂະໜາດ​ນ້ອຍ​ກ່ຽວ​ກັບ​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ຂອງ​ເຂດ​ໃຊ້​ເງິນ​ເອີ​ໂຣ​ຢູ່​ສຕຼາສ໌​ບວກ​ຂອງ​ຝະຣັງ.​ພາຍ​ຫຼັງ​ກອງ​ປະ​ຊຸມ,​ຜູ່​ນຳ​ສາມ​ປະ​ເທດ​ນີ້​ໄດ້​ກ່າວ​ຕັດ​ສິນ​ໃຈ​ວ່າ​ຈະ​ອອກ​ແຮງ​ຮັບ​ປະ​ກັນ​ໃຫ້​ເງິນ​ເອີ​ໂຣ​ຖາ​ວອນ​ໝັ້ນ​ຍືນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ