ຈີນ​ຈະ​ສະ​ໜັ​ບສະ​ໜູນ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ດ້ວຍ​ການ​​ຫຼຸດ​ພາ​ສີ​ແລະ​ມາດ​ຕະ​ການ​ອື່ນໆ

(GMT+08:00) 2011-11-26 13:31:40     cri

ວັນ​ທີ25 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ວຽນຂອງ​ໂອ​ຕຼິສ,ທ່ານ​ຢູຈ້ຽນຮວາ ຜູ່​ຊ່ອຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ຈີນ​ຈະ​ສະ​ໜັນ​ສະ​ໜູນ​ການ​ພັດທະນາ​ເສດຖະກິດ​ຂອງປະ​ເທດ​ດ້ອຍ​ພັດທະນາ​ກຕື່ມ​ອີກ​ໂດຍ​ຜ່ານ​ມາດ​ຕະ​ການ​ຕ່າງໆ​ຄື​ການ​ຫຼຸດ​ພາ​ສີ​ເປັນ​ຕົ້ນ.

ທ່ານ​ຢູຈ້ຽນຮວາ​ກ່າວ​ວ່າ, ​ໃນ​ເວລາ​ຍາວ​ນານ​ມານີ້,ພາຍ​ໃຕ້​ການ​ຮ່ວມ​ມື​ໃຕ້​ໃຕ້,​ໂດຍ​ຜ່ານວິທີ​ຕ່າງໆ​ເຊັ່ນ:​ການ​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ທາງ​ເສດ​ຖະ​ກິດ​ແລະ​ເຕັກ​ນິກ,​ຫຼຸດ​ແລະ​ຍົກ​ເວັ້ນ​ພາ​ສີ,​ອົບ​ຮົມ​ພະ​ນັກ​ງານ​ໃຫ້​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ແລະ​ເພີ່ມ​ການ​ນຳ​ເຂົ້າ,ລັດ​ຖະ​ບານ​ຈີນ​ໄດ້​ຕັ້ງ​ໜ້າ​ຊ່ອຍ​ເຫຼືອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ເຫຼົ່າ​ນີ້.​ ນັບ​ແຕ່​ປີ​2008​ເປັນ​ຕົ້ນ​ມາ,ຈີນ​ແມ່ນ​ຕະ​ຫຼາດ​ສົ່ງ​ອອກ​ໃຫຍ່​ກວ່າ​ໝູ່​ຂອງ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ຕະ​ຫຼອດ​ມາ.

ທ່ານ​ຢູຈ້ຽນຮວາ​ກ່າວ​ວ່າ:​ໃນ​ດ້ານການ​ຈັດ​ຕັ້ງ​ປະຕິບັດ​"ໂຄງ​ການ​ດຳ​ເນີນ​ງານ​ອີສ​ຕານ​ບຸນ​ທີ່​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ດ້ອຍ​ພັດ​ທະ​ນາ, ຈີນ​ຈະ​ໃຊ້​ມາດ​ຕະ​ການ​ຈຸດ​ສຸມ​ດັ່ງ​ນີ້​ຄື:​ຍົກ​ເວັ້ນ​ພາ​ສີ​ອາ​ກອນ​ໃຫ້​ຜະ​ລິດ​ຕະ​ພັນ​97%​ຂອງ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ທີ່​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ກັບ​ຈີນ;​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ການ​ສ້າງ​ໂຄງ​ການ​ກ່ຽວ​ກັບ​ຊີ​ວິ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຫຼາຍ​ກວ່າ​ເກົ່າ​ຄື​ໂຮງ​ໝໍ,​ໂຮງ​ຮຽນ,​ນ້ຳ​ໃຊ້​ໃນ​ຊີ​ວິດ​ການ​ເປັນ​ຢູ່,​ຊັບ​ພະ​ລັງ​ງານ​ສະ​ອາດ​ເປັນ​ຕົ້ນ;​ເພີ່ມ​ທະວີ​ການ​ອົບ​ຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ປະ​ເທດ​ດ້ອຍ​ພັດ​ທະ​ນາ,​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ພັດ​ທະ​ນາ​ໂດຍ​ຕົນ​ເອງ​ຂອງ​ປະ​ເທດ​ເຫຼົ່າ​ນີ້;ສືບ​ຕໍ່​ຊຸກ​ຍູ້​ເສດ​ຖະ​ກິດ​ຈີນ​ສ້າງ​​ເຂດ​ຮ່ວມ​ມື​ໃຫ້​ວິ​ສາ​ຫະກິດ​ກາ​ຄ້າ​ຢູ່​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ