ຈີນ​ກ່າວ​ວ່າ,ບັນຫາ​ຊີຣີຄວນ​ແກ້​ໄຂພາຍ​ໃນ​ຂອບ​ສັນນິບາດ​ອາ​ລັບ

(GMT+08:00) 2011-11-26 14:19:39     cri

ວັນ​ທີ25 ພະຈິກ​ນີ້, ​ໃນກອງ​ປະຊຸມຂ່າວ​ປະຈຳຢູ່​ປັກ​ກິ່ງ, ທ່ານ​ລິວ​ເວິ​ຍມິນ ​ໂຄສົກ​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ເຫັນ​ວ່າ,ບັນຫາ​ຊີຣີຄວນ​ແກ້​ໄຂ​ພາ​ຍ​ໃນ​ຂອບ​​ຂອງ​ສັນນິບາດ​ອາ​ລັບ,ນີ້​ແມ່ນ​ທາງ​ອອກ​ທີ່​​ແທດ​ເໝາະ​ກັບ​ຕົວ​ຈິງ​ແລະ​ປະຕິບັດ​ໄດ້,ສອດຄ່ອງກັບ​ຜົນ​ປະ​ໂຫຍດຮ່ວມ​ຂອງ​ຊີຣີ,ປະ​ເທດ​ອາ​ລັບ​ແລະ​ປະຊາ​ຄົມ​ໂລກ.

ໃນ​ເວລາ​ຕອບ​ຄຳ​ຖາມທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ,ທ່ານ​ລິວ​ເວິ​ຍມິນ​ກ່າວ​ວ່າ,ຝ່າຍ​ຈີນ​ເອົາ​ໃຈ​ໃສ່ຢ່າງ​ສູງ​ຕໍ່​ສະພາບ​ການຂອງ​ຊີຣີ​ໃນ​ປັດຈຸບັນ,ຫວັງ​ວ່າສັນນິບາດ​ອາ​ລັບ​ກັບ​ຊີຣີຈົ່ງ​ເລີ່​ມຈາກ​ສະພາບ​ລວມ​ທີ່​ຮັກສາ​ຜົນ​ປະ​ໂຫຍ​ດພື້ມຖານຂອງ​ປະຊາຊົນ​ຊີຣີ​ແລະ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຕາ​ເວັນ​ອອກ​ກາງ,​ເພີ່ມ​ທະວີ​ການ​ທຳ​ຄວາມ​ເຂົ້າ​ໃຈ​ກັນແລະ​ປະສານ​ງານ​ກັນ​ເພື່ອ​ສິ້ນ​ສຸດ​ວິ​ກິດ​ການ​ຊີຣີ,​ແກ້​ໄຂ​ບັນຫາທີ່​ກ່ຽວຂ້ອງ​ຢ່າງ​ເໝາະສົມ.ທ່ານ​ລິວ​ເວິ​ຍມິນ​ກ່າວ​ວ່າ, ​ຈີນ​ຮຽກຮ້ອງ​​ໃຫ້ບັນດາ​ຝ່າຍທີ່​ກ່ຽວຂ້ອງ​ຂອງ​ຊີຣີຈົ່ງຢຸດຕິດ​ການ​ໃຊ້​ຄວາມ​ຮຸງ​ແຮງ​ໃນ​ທັນທີ,  ​ເລີ່​ມຂະ​ບວນວິວັດການ​ເມືອງ​ທີ່​ປານີ​ປານ​ອມ​ໂດຍ​ໄວ,ຊຸກຍູ້​ສະພາບ​ການ​ນັບ​ມື້​ນັບ​ຜ່ອນຄາຍລົງ.ປະຊາ​ຄົມ​ໂລກ​ຄວນ​​ໃຫ້ການ​ຊ່ອຍ​ເຫຼືອ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ເລື່ອງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ