ກະຊວງ​ການ​ຄ້າ​ຈີນ​ດຳ​ເນີນ​ການ​ສຳ​ຫຼວດ​ດ້ານ​ກຳ​ແພງ​ການ​ຄ້າ​ຕໍ່​ນະ​ໂຍ​ບາຍ​ທີ່​ສະ​ໜັບ​ສະ​ໜູນ​ພະ​ລັງ​ງານ​ທົດ​ແທນ​ຂອງ​ອາ​ເມ​ລິ​ກາ

(GMT+08:00) 2011-11-26 14:56:45     cri

ວັນ​ທີ25 ພະຈິກ​ນີ້, ກະຊວງ​ການ​ຄ້າ​ຈີນອອກ​ປະກາດ​ແຈ້ງ​ການ​ວ່າ, ຈະ​ດຳ​ເນີນ​ການ​ສຳ​ຫຼອດດ້ານ​ກຳ​ແພງ​ການ​ຄ້າ​ຕໍ່​ນະ​ໂຍ​ບາຍ​ສະ​ໜັບ​ສະ​ໜູນ​ແລະ​ມາດ​ຕະ​ການ​ອຸດ​ໜູນ​ພະ​ລັງ​ງານ​ທົດ​ແທນ​ຂອງ​ອາ​ເມ​ລິ​ກາ​ຕາມ​ກົດ​ໝາຍ.

ປະກາດ​​ແຈ້ງ​ການກ່າວ​ວ່າ,ການ​ສຳ​ຫຼວດ​​ເ​ທື່ອນີ້​ແມ່ນ​ຈັດ​ຂຶ້ນ​ຕາມ​ການ​ຮ້ອງ​ຂໍ​ຈາກ​ສະ​ມາ​ຄົມ​ຂາ​ເຂົ້າຂາ​ອອກ​ຜະ​ລິດ​ຕະ​ພັນ​ກົນ​ຈັກ​ແລະ​ເຄື່ອງ​ເອ​ເລັກ​ໂຕຼ​ນິກ​ຈີນ​ແລະ​ສະ​ພາ​ການ​ຄ້າ​ພະ​ລັງ​ງານ​ໃໝ່​ຂອງ​ສະ​ຫ​ະພັນ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ທົ່ວ​ປະ​ເທດ​ຈີນ. ຜູ່​ຮ້ອງ​ຂໍ​ດັ່ງ​ກ່າວ​ຊີ້​ອອກ​ວ່າ,​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ສະ​ໜອງ​ນະ​ໂຍ​ບາຍ​ສະ​ໜັບ​ສະ​ໜູນ​ແລະ​ມາດ​ຕະ​ການ​ອຸດ​ໜູນ​ຂະ​ແໜງ​ການ​ພະ​ລັງ​ງານ​ທົດ​ແທນ​ພາຍ​ໃນ​ປະ​ເທດ,​ໄດ້​ລະ​ເມີດ​ລະ​ບຽບ​ຂອງ​ອົງ​ການ​ການ​ຄ້າ​ໂລກ,​ຂັດ​ຂວາງ​ແລະ​ຈຳ​ກັດ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ພະ​ລັງ​ງານ​ທົດ​ແທນ​ຂອງ​ຈີນ,​ໄດ້​ກາຍ​ເປັນ​ກຳ​ແພງ​ການ​ຄ້າ.​ຜູ່​ຮ້ອງ​ຂໍ​ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ການ​ຄ້າ​ເລີ່ມ​ການ​ສຳ​ຫຼວດ​ກຳ​ແພງ​ການ​ຄ້າ,​ກຳ​ຈັດ​ຜົນ​ກະ​ທົບ​ທີ່​ບໍ່​ດີ, ​ເພື່ອ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ການ​ຄ້າທີ່​ທ່ຽງ​ທຳ.

ເມື່ອ​ໄດ້​ພິຈາລະນາ​ສຳ​ຫຼວດ​ແລ້ວ, ກະຊວງ​ການ​ຄ້າຈີນ​ຕົກລົງ​ດຳ​ເນີນ​ການ​ສຳ​ຫຼວດ​ຕໍ່​ນະ​ໂຍ​ບາຍ​ສະ​ໜັບ​ສະ​ໜູນ​ແລະ​ມາດ​ຕະ​ການ​ອຸດ​ໜູນ​6​ຂໍ້​ທີ່​ຜູ່​ຮ້ອງ​ຂໍ້​ຊີ້​ອອກ.

ຕາມການ​ກຳນົດ,ການ​ສຳ​ຫຼວດ​ເທື່ອ​ນີ້​ຈະ​ສິ້ນສຸດ​ລົງ​ກ່ອນ​ວັນ​ທີ​25​ພຶດ​ສະ​ພາ​ປີ​2012.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ