ຝ່າຍ​ທະ​ຫານ​ຂອງ​ເອ​ຢິບ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈັດ​ຕັ້ງ​ລັດ​ຖະ​ບານ​ໃໝ່

(GMT+08:00) 2011-11-26 14:19:06     cri
ວັນ​ທີ25​ພະຈິກ​ນີ້,ທ່ານ​ຮູ​ເຊ​ນ ຕັນ​ຕາ​ວີ,ປະທານ​ຄະນະ​ກຳມະການ​ສູງ​ສຸດ​ຂອງ​ກອງທັບ ເອຢິບອອກ​ຄຳ​ສັ່ງ,​ແຕ່ງ​ຕັ້ງ​ໃຫ້​ທ່ານ​ຄາ​ມາວ ກັນ​ໂຊ​ຣີ,​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັບ ຜິດ​ຊອບ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ​ກູ້​ຊາດ​ຊຸດ​ໃໝ່.​ທ່ານ​ກັນ​ໂຊ​ຣີ​ກ່າວ​ວ່າ,​ໃນ​ເວ​ລາ​ຈັດ​ຕັ້ງ​ລັດ ຖະ​ບານ,​ທ່ານ​ຈະ​ຖື​ຜົນ​ປະ​ໂຫຍດ​ສາ​ທາ​ລະ​ນະ​ເປັນ​ສິ່ງ​ສຳ​ຄັນ,​ຂຶ້ນ​ຢູ່​ກັບ​ວ່າ​ປະ​ຊາ​ຊົນ​ຈະ ເພີ່ງ​ພໍ​ໃຈ​ຫຼື​ບໍ່,​ຈະ​ບໍ່​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ອ່ຽງ​ດ້ານ​ການ​ເມືອງ.

ທ່ານ​ກັນ​ໂຊຣີກ່າວ​ວ່າ,ລັດຖະບານ​ໃໝ່ບໍ່​ສາມາດຈັດຕັ້ງ​ຂຶ້ນກ່ອນການປ່ອນ​ບັດ​ເລືອກ​ຕັ້ງ ລັດ​ຖະ​ສະ​ພາ​ໃນ​ວັນ​ທີ​28​ພະ​ຈິກ​ນີ້,​ທ່ານ​ຕ້ອງ​ການ​ເວລາ​ເພື່ອ​ແຕ່ງ​ຕັ້ງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕ່າງໆ,​ແຕ່​ກໍ່​ບໍ່​ດົນ​ຫຼາຍ.

ຍ້ອນ​ວ່າ​ເກີດ​ການ​ປະ​ທະ​ກັນ​​ໃນການ​ປະ​ທ້ວງ​ຢ່າງ​ຕໍ່​ເນື່ອງ​ຢູ່​ພາຍ​ໃນ​ເອຢິບ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້,​ວັນ​ທີ20​ພະ​ຈິກ​ນີ້,ລັດ​ຖະ​ບານ​ຂອງ​ທ່ານ​ເອຊາມ ຊາ​ຣາຟ​ຍື່ນ​ສານ​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃຫ້​ແກ່​ຝ່າຍ​ທະ​ຫານ.​ໃນ​ວັນ​ທີ​22​ພະ​ຈິກ​ນີ້,​ທ່ານ​ຕັນ​ຕາ​ວີ​ປະ​ກາດ​ຮັບ​ເອົາ​ສານ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ລັດ​ຖະ​ບານ​ເຊ​ຣາຟ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ