ຈີນ​ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ແລະ​ຂະ​ແໜງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ອາ​ຊີ​ຮ່ວມ​ມື​ກັນ​ເພື່ອ​ພັດ​ທະ​ນາ​ສະ​ພາບ​ການ​ໃໝ່

(GMT+08:00) 2011-11-26 14:23:10     cri
ວັນ​ທີ25​ພະຈິກ​ນີ້,ຢູ່​ຮົງ​ກົງ,ທ່ານ​ຊູ​ຈູ​ຢວນ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຄົມ​ມະ​ນາ​ຄົມ​​ແລະ ຂົນ​ສົ່ງ​ຂອງ​ຈີນ​ກ່າວ​ວ່າ,​ປະ​ຈຸ​ບັນ​ນີ້,​ໂລກ​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ພັດ​ທະ​ນາ​ຢ່າງ​ໃຫຍ່,​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ແລະ​ປັບ​ປຸງ​ຢ່າງ​ໃຫຍ່,​ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ແລະ​ການ​ຈໍລະ​ຈອນ​ສິນ​ຄ້າ​ຂອງ​ອາ​ຊີ​ຄວນ​ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ອັນ​ໃໝ່.

ທ່ານ​ຊູ​ຈູ​ຢວນກ່າວ​ວ່າ,ປະຈຸ​ບັນ​ນີ້,ຍ້ອນ​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ປັດ​ໄຈ​ຕ່າງໆ,​ເຊັ່ນ:​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ໂລກ​ຊັກ​ຊ້າ​ລົງ,​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກັບ​ຄວາມ​ສາ​ມາດ​ດ້ານ​ການ​ຂົນ​ສົ່ງ​ບໍ່​ດຸນ​ດ່ຽງກັນ,​ແລະ​ຕົ້ນ​ທຶນ​ການ​ທຸ​ລະ​ກິດ​ສູງ​ຂຶ້ນ​ເປັນ​ຕົ້ນ,​ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ໃນ​ທົ່ວ​ໂລກ​ແມ່ນ​ຢູ່​ສະ​ພາບ​ອ່ອນ​ເພຍ​ໂດຍ​ລວມ,​ຍັງ​ຕ້ອງ​ການ​ເວ​ລາ​ດົນ​ສົມ​ຄວນ​ຈຶ່ງ​ສາ​ມາດ​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ແນວ​ນີ້.

ທ່ານ​ຊູ​ຈູ​ຢວນກ່າວ​ວ່າ,​ໂດຍ​ປະ​ເຊີນ​ກັບ​ການ​ພັດທະນາ​ແລະ​ສິ່ງ​ທ້າ​ທາຍ​ທີ່​ມີ​ຕໍ່​ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ແລະ​ການ​ຈໍລະ​ຈອນ​ສິນຄ້າ​ຂອງ​ໂລກ,​ວົງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ແລະ​ການ​ຈໍ​ລະ ຈອນ​ສິນ​ຄ້າ​ຂອງ​ອາ​ຊີ​ຄວນ​ຮັກ​ສາ​ທ່າ​ທີ​ທີ່​​ໄຂ​ປະຕູ​ສູ່​ພາຍ​ນອກ,​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັນ,​ສະ​ແດງ​ໃຫ້​ເຫັນ​ທ່າ​ແຮງ​ຂອງ​ໃຜ​ລາວ​ໃນ​ດ້ານ​ແນວ​ຄິດ,​ການ​ຄຸ້ມ​ຄອງ​ແລະ​ເຕັກ​ນິກ,​ມີ​ການ​ປະ​ດິດ​ສ້າງ​ໃໝ່,​ຊຸກ​ຍູ້​ໃຫ້​ອາ​ຊີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ກວ່າ​ເກົ່າ​ໃນ​ຂົງ​ເຂດ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ແລະ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ,​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ​ໃນ​ດ້ານ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ