ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຊີ​ຣີ​ມີ​ຄວາມ​ສົງ​ໄສ​ຕໍ່​ສັນ​ຍາ​ຂອງ​ສັນ​ນິ​ບາດ​ປະ​ເທດ​ອາ​ຣັບ​ກ່ຽວ​ກັບ​ການ​ສົ່ງ​ຄະ​ນະ​ຜູ່​ສັງ​ເກດ​ການ​ໄປ​ຊີ​ຣີ

(GMT+08:00) 2011-11-26 14:29:35     cri
ວັນ​ທີ25​ພະຈິກ​ນີ້,ສັນນິບາດ​​ອາຣັບກ່າວ​ວ່າ,​ໃນ​ມື້​ດຽວ​ກັນ,ທ່ານ​ນາ​ບີ​ວ ​ເອວ ອາຣາ ບີ,​ເລຂາທິການ​ໃຫຍ່​ສັນ​ນິ​ບາດ​ອາ​ຣັບ​ໄດ້​ຮັບ​ຈົດ​ໝາຍ​ກ້ານ​ໜຶ່ງ​ຈາກ​ທ່ານ​ວາ​ລິດ ອານ ​ໂມ​ອາ​ເລັມ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ.​ໃນ​ຈົດ​ໝາຍ,​ເພີ່ນ​ໄດ້​ສະ​ແດງ​ຄວາມ​ສົງ​ໄສ​ຕໍ່​ຂໍ້​ມາດ​ຕາ​ຈຳ​ນວນ​ໜຶ່ງ​ໃນ​ຮ່າງ​ສັນ​ຍາ​ຂອງ​ສັນ​ນິ​ບາດ​ອາ​ຣັບ​ກ່ຽວ​ກັບ​ການ​ສົ່ງ​ຄະ​ນະ​ຜູ່​ສັງ​ເກດ​ການ​ໄປ​ຊີ​ຣີ​ພ້ອມ​ດ້ວຍ​ພາ​ລະ​ໜ້າ​ທີ່​ຂອງ​ຄະ​ນະ​ຜູ່​ສັງ​ເກດ​ການ.

​ໃນ​ມື້​ດຽວ​ກັນ,ກອງ​ບັນຊາ​ການ​ຂອງ​ກອງ​ທະຫານ​ຊີຣີອອກ​ຖະ​ແຫຼງການ,ຢືນຢັນ​ວ່າ​​ໃນ​ວັນ​ທີ24​ພະ​ຈິກ​ນີ້,​ມີ​ທະ​ຫານ​10​ຄົນ​ເສຍ​ຊີວິດ​ຍ້ອນ​ຖືກ​ຫຼອນ​ໂຈມ​ຕີ​ຢູ່​ຖານ​ທັບ​ອາ​ກາດ​ແຫ່ງ​ໜຶ່ງ​ທີ່​ແຂວງ​ຮິມ​ສ໌ ຊຶ່ງ​ເປັນ​ບ່ອນ​ທີ່​ມີ​ການ​ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ​ອັນ​ໜັກ​ໜ່ວງ​ທີ່​ສຸດ​ຂອງ​ຊີ​ຣີ.​ຖະ​ແຫຼງ​ການ​ຂຽນ​ວ່າ,​ໄດ້​ຢືນ​ຢັນ​ວ່າ​ມີ​ອິດ​ທິ​ກຳ​ລັງ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ເຫດ​ການ​ຫຼອນ​ໂຈມ​ຕີ​ເທື່ອ​ນີ້.​ກອງ​ທະ​ຫານ​ຊີ​ຣີ​ມີ​ຄວາມ​ສາ​ມາດ​ປົກ​ປ້ອງ​ປະ​ເທດ​ຊາດ​ແລະ​ປະ​ຊາ​ຊົນ​ຂອງ​ຊີຣີ.

​ໃນ​ວັນ​ທີ25​ພະຈິກ​ນີ້,ກອງ​ທັບ​ຊີຣີ​ເສລີ ຊຶ່ງ​ເປັນ​ກອງ​ປະກອບ​ອາວຸດ​ຕ້ານ​ລັດ​ຖະ​ບານ​ຊີ​ຣີ​ທີ່​ຖື​ເຂດ​ພາກ​ໃຕ້​ຂອງ​ຊີ​ຣີ​ເປັນ​ຖານ​ທີ່​ໝັ້ນ​ນັ້ນ​ປະ​ກາດ​ວ່າ,​ໄດ້​ກໍ່​ເຫດ​ການ​ຫຼອນ​ໂຈມ​ຕີ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ