ຈີນ​ຫວັງ​ວ່າ​ຝ່າຍ​ຕ່າງໆ​ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ​ທີ່​ເດີ​ບານ​ຈະ​ໄດ້​ຮັບ​ໝາກ​ຜົນ

(GMT+08:00) 2011-11-26 14:37:41     cri
ວັນ​ທີ25​ພະຈິກ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິງ,ທ່ານ​ລິວ​ເວີ້​ຍມີນ,​ໂຄສົກ​ກະຊວງ ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຫວັງ​ວ່າ​ຝ່າຍ​ຕ່າງໆ​ຈົ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ຕື່ມ​ອີກ,​ເພີ່ມ​ຄວາມ​ເຂົ້າ​ໃນ​ກັນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ,​ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​​ເດີ​ບານ​ຈະ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຮອບ​ດ້ານ​ແລະ​ສະ​ໝ່ຳ​ສະ​ເໝີ​ກັນ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວກ່ຽວ​ກັບ​ສະຫະພາບ​ເອີ​ລົບ​ຈະ​ສະ​ເໜີ​ແຜນ​ການ​ໃໝ່​ໃນ​ກອງ​ປະ​ຊຸມ​ເດີ​ບານ,​ທ່ານ​ລິວ​ເວີ້ຍ​ມີນ​ຊີ້​ອອກ​ວ່າ, ​"ສົນ​ທິ​ສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟາ​ອາ​ກາດ​ສະ​ຫະ​ປະ​ຊາ​ຊາດ"​ແລະ"ອະ​ນຸ​ສັນ​ຍາ​ກຽວ​ໂຕ"​ແມ່ນ​ສົນ​ທິ​ສັນ​ຍາ​ສາ​ກົນ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໄປ​ທີ່​ສຸດ,​ຫຼັກ​ການ​ແລະ​ຂອບ​ທີ່​ຕົກ​ລົງ​ໃນ​ສັນ​ຍາ​ສອງ​ສະ​ບັບ​ນີ້​ໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ​ໂດຍ​ທົ່ວ​ໄປ​ຈາກ​ປະ​ຊາ​ຄົມ​ໂລກ,​ແມ່ນ​ພັນທະ​ໃນ​ກົດໝາຍ​ສາກົນ​ທີ່​ຝ່າຍ​ເຊັນ​ສັນ​ຍາ​ທັງ​ໝົດ​ຕ້ອງ​ປະ​ຕິ​ບັດ.

ທ່ານ​ກ່າວ​ວ່າ: "ປະ​ເທດ​ທີ່​ພັດທະນາ​ແລ້ວ​ແລະ​ປະ​ເທດ​ທີ່​ພວມ​ພັດທະນາ​ມີໜ້າ​ທີ່​ຮັບ​ຜິດ​ຊອບ​ດ້ານ​ປະ​ຫວັດ​ສາດ​ຕ່າງ​ກັນ,​ແລະ​ຢູ່​ໃນ​ຂັ້ນ​ຕອນ​ພັດ​ທະ​ນາ​ທີ່​ຕ່າງ​ກັນ,​ສະ​ນັ້ນ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ແລະ​ສະ​ພາບ​ການ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ຈຶ່ງ​ບໍ່​ຄື​ກັນ​ຢ່າງ​ແນ່​ນອນ.​ສະ​ນັ້ນ,​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຄວນ​ໂຄ​ລົບ​ຫຼັກ​ການ​ທີ່​"ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ​ກັນ​​ແຕ່​ບໍ່​ທໍ່​ກັນ","ຍຸດ​ຕິ​ທຳ"​ແລະ"ຕາມ​ຄວາມ​ສາ​ມາດ​ຂອງ​ໃຜ​ລາວ".ກອງະ​ຊຸມ​ເດີ​ບານ​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້,ໜ້າ​ທີ່​ຮີບ​ດ່ວນ​ທີ່​ສຸດ​ແມ່ນ​ພະ​ຍາ​ຍາມ​ບັນ​ລຸ​ຄວາມ​ຄືບ​ໜ້າ​ໃນ​ຫົວ​ຂໍ້​ສຳຄັນ​ຕ່າງໆ,​​ເຊັ່ນ:​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ໄລ​ຍະ​ທີ 2​ຂອງ"ອະ​ນຸ​ສັນ​ຍາ​ກຽວ​ໂຕ"​ແລະ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ​ແລະ​ເຕັກ​ນິກ​ເປັນ​ຕົ້ນ.

ວັນ​ທີ24​ພະຈິກ​ນີ້,ຄະນະ​ກຳມະການ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,​ເນື້ອ​ໃນ​ຂອງ​ອະ​ນຸ​ສັນ​ຍາ​ກຽວ​ໂຕ​ບໍ່​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ​ໃນ​ປະ​ຈຸ​ບັບ​ນີ້,​ຄື:​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ໄດ້​ຫຼຸດ​ປະ​ລິ​ມານ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ໜ້ອຍ​ລົງ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລ້ວ​ແຕ່​ຊ້ຳ​ພັດ​ຖືກ​ຮຽກ​ຮ້ອງ​ໃຫ້​ຫຼຸດ ລົງ​ຕໍ່​ໄປ​ແບບ​ບັງ​ຄັບ​ອີກ,​ແຕ່​ປະ​ເທດ​ຈະ​ເລີນ​ໃໝ່​ພຽງ​ແຕ່​ແມ່ນ​ເປັນ​ເຈົ້າ​ການ​ຫຼຸດ​ປະ​ລິ​ມານ​ການ​ລະ​ບາຍ​ຕາມ​ຄວາມ​ຍິນ​ດີ​ຂອງ​ຕົນ​ທໍ່​ນັ້ນ.​ສະ​ຫະ​ພາບ​ເອີ​ຣົບ​ຈະ​ສະ​ເໜີ​ແຜນ​ການ​ໃໝ່​ໃນ​ກອງ​ປະ​ຊຸມ​ເດີ​ບານ,​ຊຸກ​ຍູ້​ໃຫ້​ປະ​ເທດ​ອື່ນໆ​ວາງ​ເປົ້າ​ໝາຍ​ດ້ານ​ການ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ຂອງ​ຕົນ​ຢ່າງ​ຈະ​ແຈ້ງ,​ແຕ່​ນີ້​ຕ້ອງ​ການ​ສ່ວນ​ຮ່ວມ​ຂອງ​ອາ​ເມ​ລິ​ກາ,​ຈີນ,​ເບຼ​ຊິນ,​ອິນ​ເດຍ​ແລະ​ອາ​ຟຣິ​ກາ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ