ປະທານາ​ທິບໍດີກິ​ຕິ​ມະ​ສັກ​ເຢ​ແມນ​ຈະ​ຕິດຕາມ​ການ​ປະຕິບັດ​ສັນຍາ​ຂອງຄະນະ​ກໍາມະການ​ຮ່ວມ​ມື​ປະ​ເທດ​ອ່າວ​ເປີ​ເຊຍ

(GMT+08:00) 2011-11-27 13:32:03     cri

ວັນ​ທີ26​ພະຈິກ​ນີ້, ຜູ້​ຊ່ວຍ​​ຜູ້​ໜຶ່ງ​ຂອງ​ທ່ານອາລີ ອັບ​ດູ​ນລາ ຊາ​ເລຮ໌,ປະທາ​ນາທິບໍດີ​ກິ​ຕິ​ມະ​ສັກ​ເຢ​ແມນ​ຢືນຢັນ​ວ່າ, ທ່ານ​ຊາ​ເລຮ໌ຈະ​ຕິດຕາມ​ການ​ປະຕິບັດ​ສັນຍ​າຂອງ​ຄະນະ​ກໍາມະການ​ຮ່ວມ​ມື​ປະ​ເທດ​ອ່າວ​ເປີ​ເຊຍ.

ວັນ​ທີ23​ພະຈິກ​ນີ້, ທ່ານ​ຊາ​ເລ​ຮ໌​ໄດ້​ລົງ​ນາມ​ໃນ​ສັນຍາ​ໄກ່​ເກ່ຍ​ຂອງ​ຄະ​ນະ​ກໍາມະ​ການ​ຮ່ວມ​ມື​ປະ​ເທດ​ອ່າວ​ເປີ​ເຊຍ​ທີ່​ມີ​ຈຸດ​ປະ​ສົງ​ແກ້​ໄຂ​ວິ​ກິດ​ການ​ເຢ​ແມນ. ອີງ​ຕາມ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ, ທ່ານ​ຊາ​ເລ​ຮ໌​ໄດ້​ມອບ​ອາ​ນາດ​ໃຫ້​ແກ່​ທ່ານ​ອັບດູນ ຣາບູ ມານ​ຊູ ຮາ​ດີ, ຮອງ​ປະທານາ​ທິບໍ​ດີ​ເຢ​ແມນ, ທ່ານ​ຊາ​ເລ​ຮ໌​ພ້ອມ​ດ້ວຍ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ໄດ້​ຮັບ​ສິດ​ຍົກ​ເວັ້ນ, ​ສ້າງ​ຕັ້ງ​ລັດຖະບານປະສົມ​ທີ່​ນໍາພາ​ໂດຍ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ເຢ​ແມນ, ​ແລະຈັດການ​ເລືອກ​ຕັ້ງ​ປະທາ​ນາທິບໍດີ​ພາຍ​ໃນ90​ວັນ, ທ່າ​ນຊາ​ເລ​ຮ໌​ຈະເປັນ​ປະທານາ​ທິບໍດີ​ກິ​ຕິ​ມະ​ສັກໃນ​ໄລຍະ​ນີ້.

ທ່ານ​ຮາ​ດີ, ຮອງ​ປະ​ທາ​ນາ​ທິບໍດີ​ເຢ​ແມນ​ໄດ້ອອກດໍາ​ລັດໃນ​ວັນ​ທີ26​ພະ​ຈິກ​ນີ້, ຈະ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ວັນ​ທີ21​ກຸມພາ​ປີໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ