ສັນນິບາດ​ອາ​ລັບ​ສະ​ເໜີ​ຂໍ້​ສະ​ເໜີ​ກ່ຽວ​ກັບການ​ລົງ​ໂທດ​ຊີຣີ

(GMT+08:00) 2011-11-27 13:34:13     cri

ໃນ​ຕອນ​ຄໍ່າ​ວັນ​ທີ26​ພະ​ຈິກ​ນີ້, ຄະນະ​ກໍາມະການ​ເສດ​ຖະກິດ​ແລະ​ສັງ​ຄົມ​ຂອງ​ສັນນິບາດ​ອາ​ລັບ​ໄດ້​ສະ​​ເໜີ​ຂໍ້​ສະ​ເໜີ​ກ່ຽວ​ກັບການ​ລົງ​ໂທດ​ຊີ​ຣີ, ​ເນື້ອ​ໃນ​ລວມທັງ​ການ​ອາ​ຍັດເງິນ​ທຶນ​ຂອງ​ລັດຖະບານ​ຊີຣີທີ່ຢູ່​ປະ​ເທດ​ອາ​ລັບ, ຢຸດຕິ​ການ​ຄ້າ​ກັບ​ລັດຖະ​ບານ​ຊີຣີ​ເປັນ​ຕົ້ນ.

ກອງປະຊຸ​ມລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ສັນ​ນິ​ບາດ​ອາ​ລັບ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ27​ພະ​ຈິກ​ນີ້ຈະ​ປຶກສາ​ຫາລື​ຂໍ້​ສ​ະ​ເໜີ​ດັ່ງກ່າວ. ຂໍ້​ສະ​ເໜີ​ລົງ​ໂທດ​ຍັງ​ລວມທັງ​ຈໍາ​ກັດ​ເຈົ້າ​ໜ້ທີ່​ລັດຖະບານ​ຊີຣີ​ໄປ​ຢ້ຽມຢາມ​ປະ​ເທດ​ອາ​ລັບ, ຢຸດຕິ​ຖ້ຽວບິນ​ໄປ​ສູ່​ຊີ​ຣີ, ຢຸດຕິ​ການ​ໄປມາຫາສູ່​ກັນ​ທາງ​ດ້ານ​ວຽກງານ​ກັບ​ທະນາ​ຄານ​ກາງຂອງ​ຊີຣີ, ຢຸດຕິ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ກັບ​ຊີຣີ,ຢຸດ​ຕິ​ທະ​ນາ​ຄານ​ກາງ​ຂອງ​ປະເທດ​ອາ​ລັບ​ຕ່າງໆ​ສະ​ໜອງ​ເງິນ​ທຶນ​​ແກ່​ທະນາຄານ​ກາງຂອງ​ຊີຣີ​ໃນ​ດ້ານ​ການ​ຄ້າ​ລະຫວ່າງ​ລັດ​ຖະ​ບານ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ