ພາກ​ກາງ​ແລະ​ພາກ​ໃຕ້​ຂອງ​ໄທ​ເກີດ​ໄພ​ນໍ້າ​ຖ້ວມ

(GMT+08:00) 2011-11-27 13:37:32     cri

 ວັນ​ທີ26ພະຈິກ​ນີ້, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ,ນາ​ຍົກ​ລັດຖະມົນຕີ​ໄທ​ກ່າວ​ວ່າ, ນາງ​ເປັນ​ຫ່ວງ​ຫລາຍ​ຕໍ່​ໄພ​ນໍ້າ​ຖ້ວມ​ຢູ່​ພາກ​ໃຕ້​ຂອງ​ໄທ, ​ນາງ​ໄດ້​ໃຫ້​ກະຊວງ​ມະຫາດ​ໄທ​ຕິດຕາມ​ກວດກາ​ສະພາບ​​ໄພ​ນໍ້າ​ຖ້ວມຂອງ​ເຂດ​ເກີດ​​ໄພ​ນໍ້າ​ຖ້ວມ​ອັນໜັກ​ໜ່ວງ​ຢ່າງ​ໃກ້ຊິດ.

ທ່ານ​ນາງ​ຍິ່ງ​ລັກ​ໄດ້​ເຕືອນ​ປະຊາ​ຊົນ​ຢູ່​ເຂດ​ທີ່​ມີ​ຄວາມ​ສ່ຽງ​ເກີດ​ໄພ​ນໍ້າ​ຖ້ວມ​ສູງ, ​ໂດ​ຍສະ​ເພາະ​ແມ່ນ​ປະຊາ​ຊົນ​ທີ່ຢູ່​ແຄມ​ແມ່​ນໍ້າ​ແລະ​ເຂດ​ທີ່​ເກີດ​ໄພ​ນໍ້າ​ຖ້ວມ​ງ່າຍ, ຕ້ອງ​ລະມັດ​ລະວັງ​ໄພພິບັດ​ໃນ​ທຸກ​ເວລາ.

ສໍາລັບ​ສະພາບ​ຕ້ານ​ໄພ​ນໍ້າ​ຖ້ວມ​ຢູ່​ພາກ​ກາງ​ນະຄອນ​ຫລວງ​ບາງ​ກອກ, ທ່ານ​ນາງ​ຍິ່ງ​ລັກ​ກ່າວ​ວ່າ, ສະພາບ​ຕ້ານ​ໄພ​ນໍ້າ​ຖ້ວມ​ຢູ່​ນະຄອນຫລວງ​ບາງ​ກອກ​ໄດ້​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ​ແຕ່6ຈັງຫວັດ​ທີ່ຢູ່​ອ້ອມຂ້າງ​ນະຄອນຫລວງ​ບາງກອກ​ເຊັ່ນ,ຈັງຫວັດ​ປະ​ທຸມ ທານີ​ແລະ​ອື່ນໆຍັງ​ຕ້ອງປັບປຸງ, ອົງການ​ປົກຄອງ​ນະຄອນຫລວງ​ບາງກອກ​ຄວນ​ພິຈາລະນາ​ກັບ6​ຈັງ​ຫວັດ​ທີ່​ຢູ່​ອ້ອມ​ຂ້າງ,​ເພື່ອ​ຊອກ​ຫາ​ວິທີ​ຕ້ານ​ໄພ​ນໍ້າຖ້ວມ.

ຕົວ​ເລກ​ທີ່​ກະຊວງ​ມະຫາດ​ໄທ​ປະກາດ​ໃນ​ວັນ​ທີ25​ພະຈິກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ປະຈຸ​ບັນ, ມີ615​ຄົນ​ເສຍ​ຊີວິດ​ໃນ​ໄພ​ນໍ້າ​ຖ້ວມ​ທີ່​​ເກີດຂຶ້ນ​ຢ່າງຕໍ່​ເນື່ອງ​ເປັນ​ເວລາ4​ເດືອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ