ຈີນ,ລາວ,ມຽນມາ​ແລະ​ໄທ​ຈະຮ່ວມ​ກັນລາດຕະ​ເວນ​ແລະ​ປະຕິບັດ​ກົດໝາຍ​ຢູ່​ແມ່​ນໍ້າຂອງ​ໃນກາງ​ເດືອນ​ທັນວາ​ປີ​ນີ້

(GMT+08:00) 2011-11-27 13:41:18     cri

ກອງ​ປະຊຸມລະດັບ​ລັດຖະມົນຕີ​​ຮ່ວມ​ກັນ​ລາດຕະ​ເວນ​ແລະ​ປະຕິບັດ​ກົດໝາຍຢູ່​ແມ່​ນໍ້າຂອງ​ລະຫວ່າງຈີນ,ລາວ,ມຽນມາ​ກັບ​ໄທໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ26​ພະຈິກ​ນີ້​ຢູ່​ນະຄອນຫລວງ​ປັກ​ກິ່ງ​ຂອງ​ຈີນ, ກອງ​ປະຊຸມ​ໄດ້ຕົກລົງ​ວ່າ, ນັບ​ແຕ່​ກາງ​ເດືອນ​ທັນວາ​ປີ​ນີ້​ເປັນ​ຕົ້ນ​ໄປ, 4ປະ​ເທດ​ນີ້​ຈະ​ດໍາ​ເນີນ​ວຽກ​ງານ​ລາດຕະ​ເວນ​ແລະ​ປະຕິ​ບັດ​ກົດໝາຍຮ່ວມ​ຢູ່​ແມ່​ນໍ້າຂອງ, ​ເພື່ອຮ່ວມ​ກັນ​ຮັກສາ​ສະ​ຖຽນ​ລະ​ພາບ​ຂອງ​ແມ່​ນໍ້າຂອງ, ​ແລະຊຸກຍູ້​ການ​ພັດທະນາທາງ​ດ້ານ​ເສດ​ຖະ​ກິດ​ແລະ​ສັງຄົມ​,​ແລະ​ການ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ​ຂອງ​ປະຊາຊົນ​ຕາມ​ແມ່ນໍ້າຂອງ.

 ກອງປະຊຸມ​ຄັ້ງ​ນີ້​ຕົກລົງ​ວ່າ, ຈະ​ສ້າງ​ກອງບັນຊາ​ການຮ່ວມ​ກັນ​ລາດຕະ​ເວນ​ແລະ​ປະຕິບັດ​ກົດໝາຍ​ຢູ່​ແມ່​ນໍ້າຂອງ​ລະຫວ່າ​ງຈີນ,ລາວ,ມຽນມາ​ກັບ​ໄທ. ຈະ​ສ້າງ​ກອງ​ບັນຊາ​ການ​ຢູ່​ຈີນ, ສ້າງ​ສູນ​ສາຂາ​ຕິດ​ຕໍ່​ພົວ​ພັນ​ຢູ່​ລາວ,ມຽນ​ມາ​ແລະ​ໄທ, ​ແລກ​ປ່ຽນ​ຂໍ້​ມູນ​ແລະ​ຂ່າວ​ລັບ​ຢ່າ​ງທັນ​ການ, ຈັດ​ຕັ້ງ​ແລະ​ປະສານ​ວຽກ​ງານ​ຂອງ​ຝ່າຍ​ຕ່າງໆ, ສ້າງຊ່ອງ​ທາງ​ຕິດ​ຕໍ່​ພົວພັນ24​ຊົ່ວ​ໂມງ​ທາງ​ດ້ານ​ການ​ລາດຕະ​ເວນ​ແລະ​ປະຕິບັດ​ກົດໝາຍ​ຢູ່​ແມ່​ນໍ້າຂອງ​ລະຫວ່າງ​ພາກສ່ວນ​ບໍລິຫານ​ງານຂອງ4​ປະເທດ.

ນອກ​ນີ້, 4ປະ​ເທດ​ຍັງ​ໄດ້​ເຫັນ​ດີ​ນໍາ​ໃຊ້​ມາດ​ຕະ​ການ​ທີ່​ບັງ​ເກີດ​ຜົນ, ​ເພື່ອ​ຮ່ວມ​ກັນ​ຍົກ​ສູງ​ຄວາມ​ສາມາດ​ທາງ​ດ້ານ​ການ​ປະຕິບັດ​ກົດໝາຍ​ຢູ່​ແມ່​ນໍ້າຂອງ. ຈີນ​ຈະ​ອໍານວຍ​ຄວາມ​ຊ່ວຍ​ເຫລືອ​​ແກ່​ລາວ​ແລະ​ມຽນມາ​ໃນ​ດ້ານ​ອຸປະກອນ​ລາດ​ຕະ​ເວນ​ແລະ​ປະຕິບັດ​ກົດໝາຍ​ຮ່ວມ​ແລະ​ການ​ຝຶກ​ອົບຮົມ​ພະນັກງານ. ຝ່າຍ​ຕ່າງໆ​ຈະ​ຮ່ວມ​ກັນ​ຈັດ​ຕັ້ງ​ປະຕິບັດ​ການ​ເຄື່ອນ​ໄຫວ​ຮ່ວມ, ສ້າງ​ໜ່ວຍ​ງານ​ປະສົມຮັກ​ສາຄວາມ​ສະຫງົບຂອງແມ່​ນໍ້າຂອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ