ປາ​ກີ​ສະຖານປິດ​​ເສັ້ນທາງ​ສົ່ງ​ກຳລັງ​ບຳລຸງ​ຂອງ​ນາ​ໂຕ ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຖອນ​ທະ​ຫານ​ອອກ​ຈາກຖານ​ທັບ​ອາກາດຢູ່​ປາ​ກີ​ສະຖານ​ໃນ​ເວ​ລາກຳນົດ

(GMT+08:00) 2011-11-27 14:06:35     cri
ຕາມ​ຂ່າວCRI: ວັນ​ທີ26ພະຈິກ​ນີ້, ຍົນ​ເຮ​ລີ​ກົບ​ແຕ່​ສູ້​ຮົບ​ຂອງ​ນາ​ໂຕ​ໄດ້​ຫຼອນ​ໂຈມຕີທາງ​ອາກາດ​ຕໍ່​ດ່ານ​ກວດກາ​ທາງ​ທະຫານ​ແຫ່ງ​ໜຶ່ງ​ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສະຖານ, ​ເຮັດ​ໃຫ້​ທະຫານປາ​ກີ​ສະຖານເສຍ​ຊີວິດ24ຄົນ, 13ຄົນ​ບາດ​ເຈັບ, ​ມື້​ດຽວ​ກັນປາ​ກີ​ສະຖານ​ໄດ້​ຕົກລົງ​ປິດ​ເສັ້ນທາງ​ສົ່ງ​ກຳລັງ​ບຳລຸງ​ໄປ​ສູ່​ອາ​ຟກາ​ນີສະຖານ​ຂອງ​ນາ​ໂຕ​ໃນ​ທັນທີ, ​ແລະ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຖອນ​ທະຫານ​ອອກ​ຈາກ​ຖານ​ທັບ​ອາກາດ​ສຳຄັນ​ແຫ່ງ​ໜຶ່ງ​ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສະ ຖານ​ພາຍໃນ​15ມື້.

ມື້​ດຽວ​ກັນ, ຫ້ອງການ​ນາຍົກລັດຖະມົນຕີຂອງປາກີ​ສະຖານ​ອອກ​ຖະ​ແຫຼ​ງການ​ວ່າ, ທ່ານ​ໂຢ​ເຊີ​ຟ ລາ​ຊາ ກິລາ​ນີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກີ​ສະ​ຖານ​ໄດ້​ຮຽກ​ໄຂ​ກອງ​ປະຊຸມ​ດ່ວນຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດ​ຂອງ​ຄະນະ​ລັດ​ຖະ​ບານ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ. ກອງ​ປະຊຸມ​ເຫັນ​ວ່າ, ການ​ຫຼອນ​ໂຈມ​ຕີ​ຂອງ​ນາ​ໂຕ​ເທື່ອ​ນີ້​ແມ່ນ​ການ​ກຳ​ທຳ​ທີ່​ລ່ວງ​ລະ​ເມີດ​ສິດ, ​ເຮັດ​ໃຫ້​ຄົນ​ຮັບ​ເອົາ​ບໍ່​ໄດ້​ສິ້ນ​ທັງ. ລັດຖະບານ​ປາ​ກີ​ສະຖານ​ຍັງ​ຈະພິຈາລະນາ​ແລະປະ​ເມີນ​ຄືນ​ໃໝ່​ຕໍ່​ໂຄງການ​, ການ​ເຄື່ອນ​ໄຫວ​ແລະສັນຍາ​​ການ​ຮ່ວມ​ມື້​ທັງ​ໝົດ​ກັບ​ອາ​ເມລິ​ກາ, ນາ​ໂຕ​ແລະ​ກອງທັບ​ຊ່ວຍ​ເຫຼືອ​ຄວາມ​ປອດ​ໄພ​ສາ​ກົນ, ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ, ການ​ເມືອງ,ການ​ທະຫານ​, ຂ່າວ​ລັບ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ