ພັກ​ການ​ເມືອງ​ຕ່າງໆ​ຂອງ​ປາ​ແລັສຕີນ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ຕັ້ງລັດຖະບານ​ປະສົມຊົ່ວຄາວ​​​ໃນເດືອນ​ໜ້າ

(GMT+08:00) 2011-11-27 14:08:10     cri
ຕາມ​ຂ່າວCRI: ວັນ​ທີ26ພະຈິກ​ນີ້, ​ເຈົ້າ​ໜ້າ​ທີ່ຂະ​ບວນປົດ​ປ່ອຍ​ຊາດ​ຫຼື​ອົງການອານຟາ​ຕາ​ແລະ​ຂະ​ບວນ​ອິດ​ສລາມ​ຕໍ່​ຕ້ານ​ຫຼື​ອົງ​ການ​ຮາ​ມາສ໌ຂອງ​ປາ​​ເລັສຕີນ​ກ່າວ​ວ່າ, ຜູ້​ນໍາ​ຂອງພັກການ​ເມືອງ​ຕ່າງໆ​ຂອງ​ປາ​ເລັສ​ຕີນ​ຈະ​ຈັດການ​ພົບ​ປະ​ເຈ​ລະ​ຈາ​ຢູ່​ນະ​ຄອນ​ຫຼວງ​ເລີ​ແກ​ຂອງ​ເອຢິບ​ໃນ​ວັນ​ທີ20​ເດືອ​ນໜ້າ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການສ້າງ​ຕັ້ງ​ລັດຖະບານປະສົມ​ຊົ່ວ​ຄາວ​ຂອງ​ປາ​ເລັສຕີນ.

ວັນ​ທີ24ພະ​ຈິກ​ນີ້, ກ່ຽວ​ກັບ​ບັນຫາ​ການ​ສ້າງ​ຕັ້ງ​ລັດຖະບານປະສົມ​ຊົ່ວຄາວ, ສອງ​ຝ່າຍ​ດັ່ງກ່າວ​ໄດ້​ຈັດການ​ພົບ​ປະ​ເຈລະຈາ​ຢູ່​ນະຄອນຫຼວງ​ເລີ​ແກ​ຂອງ​ເອຢິບ, ​ແຕ່​ບໍ່​ສາມາດ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ຊົ່ວຄາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ