ກອງ​ປະຊຸມ​ສຸດ​ຍອດ​​ເສດຖະກິດ​ການ​ຄ້າການ​ທະນາຄານທີ​ໜຶ່ງສຸມ​​ໃສ່​ທ່ວງທ່າ​ໃໝ່​​ແລະ​ການ​ທ້າ​ທາຍ​ໃໝ່​ໃນ​ຂະ​ແໜງ​ການ​ທະນາຄານ​ຂອງ​ຈີນ​ໃນ​ປີ2012

(GMT+08:00) 2011-11-27 14:09:59     cri

ຕາມ​ຂ່າວCRI: ວັນ​ທີ26ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ເສດຖະກິດ​ການ​ຄ້າ​ການ​ທທະນາຄານ​ທີ​ໜຶ່ງ​ປີ2011​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ"ການ​​ກວດ​ກາ​ແລະ​ການ​ຄວບ​ຄຸມ​ດ້ານ​ທະນາຄານ: ຮັບ​ມື​ກັບ​ວິ​ກິດ​ການ​ອີກ​ເທື່ອ​ໜຶ່ງ", ​ແລະ"ຕະຫຼາດ​ທະ​ນາ​ຄານ: ຄວາມ​ວຸ້ນວາຍ​ແລະ​ການ​ປະກອບ​ຄືນ​ໃໝ່". ຜູ້ນຳ​ລະດັບ​ສູງ​ຂອງ​ອົງການ​ກວດກາ​ແລະ​ຄວບ​ຄຸມ​ເປັນ​ຕົ້ນ​ແມ່ນ​ຄະນະ​ກຳມະການ​ກວດກາ​ການ​ປະກັນ​ໄພ, ສະພາ​ບັນດິດວິທະຍາສາດ​ສັງຄົມ​ຈີນ​ແລະ​ຜູ້ນຳ​ລະດັບ​ສູງ, ຊ່ຽວຊານ​ຂອງ​ອົງ​ການ​ທະນາຄານ​ຈີນ​ແລະ​ຕ່າງປະ​ເທດ​ໄດ້​ສຸມ​ໃສ່​ທ່ວງທ່າ​ໃໝ່​ແລະ​ການ​ທ້າ​ທາຍ​ໃໝ່​​ໃນ​ຂະ​ແໜງ​ການ​ທະນາຄານ​ຈີນ​ພາຍ​ໃຕ້​ສະ​ຖານະ​ການ​​ມະຫາ​ພາກ​ທົ່ວ​ໂລກ.



ທ່ານ​ໂຈ່ອຽນ​ຫຼີປະທານຄະນະ​ກຳມະການ​ກວດກາການ​ປະກັນ​ໄພຂອງຈີນກ່າວ​ວ່າ, ຂະ​ແໜງ​ການ​ປະກັນ​ໄພ​ໄດ້​ສົ່ງ​ເສີມ​ບົດບາດ​​ເປັນ​ຢ່າງ​ດີໃນ​ຂະ​ບວນການ​ສະໜັບ ສະໜູນການ​ພັດທະນາ​ເສດຖະກິດ. ປະຈຸ​ບັນ​ນີ້, ຂົງ​ເຂດ​ການ​ປະກັນ​ໄພ​ໄດ້​ສືບ​ຕໍ່​ຂະຫຍາຍ​ກວ້າງອອກ​ຢ່າ​ງບໍ່​ຢຸດ​ຢັ້ງ, ຄວາມ​ສ່ຽງ​​ທີ່​ຂະ​ແໜງ​ການ​ປະກັ​ນ​ໄພ​ປະ​ເຊີນ​ນັ້ນ​ສັບສົນ​ກວ່າ​ເກົ່າ, ການ​ກວດກາການ​ປະກັນ​ໄພ​ມີ​ຄວາມ​ຕ້ອງການ​ດ້ານ​ການ​ປະຕິ​ຮູບ. ການ​ກວດກາ​ນຢ່າງລະມັດລະວັງ​ດ້ານມະຫາ​ພາກຄວນ​ພິຈາລະນາ​ນຳ​ເອົາການ​ປົກ​ປ້ອງຜົນ​ປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກ, ການ​ຮັກສາ​ການ​ແຂ່ງຂັນ​ຢ່າງ​ຍຸດຕິ​ທຳເຂົ້າ​ໃນ​ຂອບ​ເຂດ​ການ​ກວດກາ.

ທ່ານ​ຫຼີອີ​ເຫີ​ງ​ຜູ້ຕາງໜ້າຜູ້​ທີ​ໜຶ່ງ​ຂອງ​ອົງການ​​ກອງ​ທຶນເງິນຕາສາກົນ​ຫຼື IMFປະຈຳ​ຈີນ​ກ່າວ​ວ່າ, ການ​ອາ​ໄສ​ເງິນຕາ​ຊະນິດ​ໜຶ່ງ​ຫຼາຍ​ເກີນ​ໄປ​ແມ່ນ​ເຫດຜົນໜຶ່ງ​​ໃນ​ການ​ເກີດ​ວິ​ກິດ​ການ​ການ​ເງິນ, ສະ​ນັ້ນ, IMFຫວັງ​​ໃຫ້​ມີ​ຄັງ​ສຳຮອງ​ເງິນຕາ​ຢ່າງ​ຫຼາກຫຼາຍ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ