ນັກວິຊາການຈີນ​ຍີ່ປຸ່ນ​ສ.​ເກົາຫຼີ​ເຕົ້າ​ໂຮມກັນ​ຢູ່​​ປັກ​ກິ່ງ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ທະວີບອາຊີ​ຕາ​ເວັນ​ອອກ

(GMT+08:00) 2011-11-27 14:11:25     cri
ຕາມ​ຂ່າວCRI: ວັນ​ທີ26ພະຈິກ​ນີ້, ​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ຕໍ່​ປະຫວັດສາດ​ແລະ​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ທະວີບອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ10​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງຂອງ​ຈີນ.

​ໃນ​ເວທີ​ປຶກສາ​ຫາລື​ເປັນ​ເວລາ2ມື້, ຊ່ຽວຊານ, ນັກວິຊາ​ການແລະ​ບຸກຄົນ​ພື້ນ​ເມືອງທີ່​ມາ​ຈາກ​ຈີນ​ຍີ່ປຸ່ນ​ແລະ​ສ.​ເກົາ​ຫຼີຈະ​ຄົ້ວ​ຄວ້າ​ຫາລື​ແລະ​ແລກປ່ຽນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ, ​ເຊັ່ນ: "ການ​ຊຸກຍູ້​ຄວາມ​ຮັບ​ຮູ້​ຕໍ່​ປະຫວັດສາດ","ການ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ","ການ​ຄຸ້ນຄອງສະພາບ​ການ​ປ່ຽນ​ແປງ​ແລະ​ການ​ນໍາ​ໃຊ້​ຂອງ​ແບບຮຽນ​ປະຫວັດສາດ​ຂອງ​ປະ​ເທດ​ຕ່າງໆ"​ແລະ​ອື່ນໆ, ສະ​ຫຼຸບ​ແລະ​ສຳ​ຫຼວດຄືນ​ຕໍ່ມະ​ຫັນ​ຕະ​ໄພ​ແລະບົດຮຽນ​ອັນ​ເຈັບ​ແສ​ບ​ຈາກ​ສົງຄາມຮຸກ​ຮານທີ່ຍີ່ປຸ່ນກໍ່​ຂຶ້ນ​ຕໍ່ປະຊາຊົນ​ຈີນ, ສ.​ເກົາຫຼີ​ແລະອາຊີ​ຕາ​ເວັນ​ອອກ, ຮ່ວມ​ກັນ​ປຶກສາ​ຫາລື​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ອາຊີ​ຕາ​ເວັນ​ອອກ.

ທ່ານ​ຢາງ​ເຈີງ​ຊວນ​ຮອງ​ຜູ້​ອໍ​ານວຍ​ການ​ໃຫຍ່​ຂອງ​ກອງ​ທຶນ​ການ​ພັດທະນາ​ດ້ານ​ສິດທິ​ມະນຸດ​ຈີນ​ກ່າວ​ຄໍາ​ປາ​ໄສ​ໃນ​ພິທີ​ເປີດປະຊຸມ​ວ່າ, ປະຈຸ​ບັນ​ນີ້, ຈີນ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ໄດ້ຮັກສາ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນວຽກ​ງານສໍາຄັນຂອງ​ສາກົນ​ແລະ​ພາກ​ພື້ນ, ການ​ພັດທະນາ​ການ​ພົວພັນ​ໄມຕີ​ຈິດ​ລະຫວ່າງ3ປະ​ເທດ​ແມ່ນ​ສອດຄ່ອງ​ກັບ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ. ທ່ານ​ຫວັງ​ວ່າ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ຈະ​ສືບ​ຕໍ່​ສົ່ງ​​ເສີມ​ບົດບາດ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ໂດຍ​ສັນຕິ​ລະຫວ່າງ​ຈີນ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີ, ອາຊີ​ຕາ​ເວັນ​ອອກ​ແລະ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ