​ງານສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຂົງຈື້ຢູ່​ຈັງຫວັດ​ສົງຂລາຂອງ​ໄທ​ຄົບຮອບ5ປີ

(GMT+08:00) 2011-11-28 11:43:07     cri
ຕາມ​ຂ່າວສານ​ຊີ​ນຮວາ: ຕອນ​ຄ່ຳ​ວັນ​ທີ26ພະຈິກ​ນີ້, ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລ​ສົງ​ຂລາ​ນະຄະ​ລິນຈັງຫວັດ​ສົງ​ຂລາຂອງ​ໄທ​ໄດ້​ຈັດ​ງານ​ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົບຮອບ5ປີ​ຢູ່​ທີ່​ຫາດ​ໃຫຍ່​ຈັງຫວັດ​ສົງ​ຂລາ​ຈັງຫວັດ​ສົງ​ຂາ​ຂອງ​ໄທ,​ເຈົ້າ​ໜ້າ​ທີ່​ ​ລັດຖະບານ​,ອາຈານສອນ​ພາສາ​ຈີນຂອງຈີນ​ແລະ​ໄທ​ແລະພາກສ່ວນ​ທີ່​ກ່ຽວຂ້ອງ​ອື່ນໆ300ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ງານ,​ເພື່ອ​ອວຍພອນ​ໃຫ້ສະ​ຖາ​ບັນ​ຂົງຈື້ມີ​ອະນາຄົດ​ທີ່​ສວຍ​ງາມ​ກວ່າ​ເກົ່າ.

ສະຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລ​​ເຈົ້າ​ຊາຍ​ສົງ​ຂລາ​ແມ່ນ​ມະຫາວິທະຍາ​ໄລ​ສ້າງ​ຄູກ​ວາງ​ຊີຂອງ​ຈີນ​ແລະ​ມະຫາວິທະຍາ​ໄລ​ສົງ​ຂລາ​ນະຄະ​ລິນ​ຂອງ​ໄທ​ຮ່ວມ​ກັນ​ສ້າງ​ຕັ້ງ​ຂຶ້ນ​ໃນ​​ເດືອນ​ທັນວາ​ປີ2006. ນັບ​ແຕ່​ການ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ,ສະ​ຖາ​ບັນ​ຂົງຈື້​ໄດ້​ຈັດ​ຫ້ອງ​ຝຶກ​ອົບຮົມ​ພາສາ​ຈີນ​ລະດັບ​ຕ່າງໆ,ງານ​ສຳ​ມະ​ນາທີ່​ສອນ​ເປັນ​ພາສາ​ຈີນ​ແລະ​ການ​ແຂ່ງຂັນ​ວັດທະນະທຳ​ດ້ານ​ພາສາ​ຈີນ,​ໄດ້​ຊຸກຍູ້​ການ​ພັດທະນາ​ທາງ​ດ້ານ​ວັດທະນະທຳ​​ແລະພາສາ​ຈີນ​ຢູ່ຈັງຫວັດ​ສົງ​ຂລາຂອງ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ