ເອຢິບຈັດການ​ເລືອກ​ຕັ້ງສະພາປະຊາ​ຊົນ, ຜູ້​ປະ​ທ້ວງ​ສືບ​ຕໍ່​ປະ​ທ້ວງ​ຢູ່​ສະ​ໜາມ​ຫຼວງ​ປົດ​ປ່ອຍ​ເລີ​ແກ

(GMT+08:00) 2011-11-28 16:10:32     cri
ວັນ​ທີ 28 ພະຈິກ​ນີ້, ​ເອຢິບ​ໄດ້​ຈັດການ​ເລືອກ​ຕັ້ງ​ສະພາ​ປະຊາຊົນຂຶ້ນ (ສະພາ​ຕ່ຳ). ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ເທື່ອ​ນີ້​​ເປັນ​ການ​ເລືອກ​ຕັ້ງ​ເທື່ອ​ທຳ​ອິດຂອງ​ເອຢິບພາຍຫຼັງທີ່​ທ່ານມູບາຣັກ, ອະດີດ​ປະ​ທາ​ນາ​ທິບໍດີ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ເດືອນ​ກຸມພາ​ປີ​ນີ້​ເປັນ​ຕົ້ນ​ມາ. ​ໃນ​ການ​ເລືອກ​ຕັ້ງ​ເທື່ອນີ້, ພັກ​ການ​ເມືອງ​ຕ່າງໆ​ຈະ​ຍາດ​ຊີງ​ທີ່​ນັ່ງ​ໃນ​ສະພາ​ຈຳນວນ 498 ທີ່​ນັ່ງ​ເຊິ່ງກວມ​ເອົາ​ສອງ​ສ່ວນ​ສາມ​ຂອງທີ່​ນັ່ງ​ໃນ​ສະພາ​ປະຊາຊົນ, ​ແລະອີກ​ໜຶ່ງ​ສ່ວນ​ສາມ​ຈະ​ເຫຼືອ​ໃຫ້​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ອິດສະຫຼະ. ການ​ເລືອກ​ຕັ້ງ​ສະພາປະຊາຊົນ​ເທື່ອ​ນີ້​ຈະ​ສິ້ນ​ສຸດ​ລົງ​ໃນ​ກາງ​ເດືອນ​ມັງກອນ​ປີ​ໜ້າ, ຜົນການ​​ເລືອດ​ຕັ້ງ​ຈະ​ປະກາດ​ໃນ​ວັນ​ທີ 13 ມັງກອນ​ປີໜ້າ. ຫຼັງຈາກ​ນັ້ນ, ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບການ​ເລືອກ​ຕັ້ງລັດຖະສະພາຫຼື​ສະພາ​ສູງ​ ຂອງ​ເອຢິບຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ມັງກອນ​ປີໜ້າ. ການ​ເລືອກ​ຕັ້ງ​ປະທານາທິບໍ​ດີ​ຈະ​ຈັດ​ຂຶ້ນ​ກ່ອນ​ວັນ​ທີ 30 ມິຖຸນາ​ປີໜ້າ.

ພ້ອມ​ກັນ​ນັ້ນ, ວັນ​ທີ 27 ພະຈິກ​ນີ້, ຜູ້​ປະ​ທ້ວງຫຼາຍພັນ​ຄົນຍັງ​ສືບ​ຕໍ່​ປະ​ທ້ວງ​ຢູ່​ສະໜາມຫຼວງປົດ​ປ່ອຍ, ມີ​ຜູ້ນຳ​ຈາ​ກພັກ​ເມືອງ​ໄດ້ຮຽກຮ້ອງ​ໃຫ້​ຈັດການ​ເດີນ​ຂະ​ບວນປະ​ທ້ວງ​ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ເຖິງ​ໜຶ່ງລ້ານ​ຄົນ​​ໃນ​ວັນ​ທີ 28 ພະຈິກ​ນີ້, ​ເພື່ອ​ຮຽກຮ້ອງ​ໃຫ້​ທະຫານ​ມອບ​ສິດ​ໃນ​ການ​ກຳ​ອຳນາດ​ໃຫ້​ແກ່​ປະຊາຊົນ. ອົງການ​ພີ່ນ້ອງມຸສລິ​ມ​ເອຢິບຮຽກຮ້ອງ​ໃຫ້​ປະຊາຊົນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ. ວັນ​ທີ 27 ພະຈິກ​ນີ້, ​ໂຄສົກອົງການ​ພີ່​ນ້ອງ​ມຸສລິ​ມກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ, ລັດຖະສະພາ​ແມ່ນ​ຕາງໜ້າ​ປະຊາຊົນ, ຝ່າຍ​ທະຫານ​ຈຳ​ເປັນ​ຕ້ອງ​ມອບ​ສິດ​ໃຫ້​ພັກ​ການ​ເມືອງ​ທີ່​ໄດ້​ຮັບ​ຄະ​ແນນ​ສຽງກວ່າ​ໝູ່​​ເພື່ອ​ນຳພາ​ໃນ​ການຈັດ​ຕັ້ງ​ລັດຖະບານ​ຊຸດ​ໃໝ່.

ວັນ​ທີ 27 ພະຈິກ​ນີ້, ທ່ານ​ໂມ​ຮາ​ມັດ ຮູ​ເຊ​ອິນ ຕັນ​ຕາ​ວີ, ປະທານ​ຄະນະ​ກຳມະການ​ສູງ​ສຸດ​ຂອງ​ກອງທັບ​ປະກອບ​ອາວຸດ​ກ່າວ​ວ່າ, ກອງທັບ​ປະກອບ​ອາວຸດ​ຈະ​ຮ່ວມ​ກັບ​ກະຊວງ​ພາຍ​ໃນ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ​​ໃນການ​ເລືອກ​ຕັ້ງ, ​ເຮັດ​ໃຫ້​ປະຊາຊົນ​ສາມາດນຳ​ໃຊ້​ສິດ​ປະຊາທິປະ​ໄຕ​ຂອງ​ຕົນຢ່າງ​ເຕັມ​ສ່ວນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ດຳ​ເນີນ​ໄປ​ດ້ວຍ​ດີ..
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ