ນາ​ໂຕ​ໂຈມ​ຕີທາງ​ອາກາດ​ໃສ່​ສະຖານີ​ກວດກາ​ທະຫານ​ປາ​ກີ​ສະຖານ, ອາ​ເມ​ລິ​ກາ​ແລະ​ນາ​ໂຕ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສຳຫຼວດ​​ເລື່ອງ​ນີ້​ໃນ​ທັນທີ

(GMT+08:00) 2011-11-28 16:54:43     cri

ວັນ​ທີ 26 ພະຈິກ​ນີ້, ຍົນ​ເຮ​ລິ​ກົບ​​ແຕປະກອບ​ອາວຸດ​ຂອງ​ອົງການປ້ອງ​ກັນ​ອັດລັງ​ຕິກ​ເໜືອ ຫຼື ນາ​ໂຕ​ໄດ້​ໂຈມຕີ​ທາງ​ອາກາດ​ໃສ່ສະຖານີ​ກວດກາ​ນທະຫານ​ແຫ່ງ​ໜຶ່ງ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງປາ​ກີ​ສະຖານ, ​ເຮັດ​ໃຫ້​ທະຫານ​ປາ​ກີ​ສະຖານ 26 ຄົນ​ເສຍ​ຊີວິດ, ​​ແລະບາດ​ເຈັບ 13 ຄົນ.

ມື້​ດຽວ​ກັນ, ລັດຖະບານ​ປາ​ກີ​ສະຖານ​​ໄດ້​​ປະ​ທ້ວງ​ຢ່າງຮຸນ​ແຮງ​ຕໍ່​ອາ​ເມ​ລິ​ກາ​ແລະ​ນາ​ໂຕ, ​ແລະ​ຕົກລົງ​ປິດ​​ເສັ້ນທາງ​ລຳລຽງ​ໃນອັຟກາ​ນີສະຖານ​ຂອງ​ນາ​ໂຕ, ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຖອນທະຫານ​ອອກ​ຈາກ​ຖານທັບ​ອາກາດ​ຊາມ​ຊີ​ທີ່​ຕັ້ງ​ຢູ່​ແຂວງ​ບາ​ລູຊິ​ສຕັນ, ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ປາ​ກີ​ສະຖານ​ພາຍ​ໃນ 15 ມື້.

ຕາມ​​ຖະ​ແຫຼງການ​ຂອງ​ປາ​ກີ​ສະຖານ​ແຈ້ງວ່າ, ປາ​ກີ​ສະຖານ​ຍັງ​ຈະ​ພິຈາລະນາ​ແລະ​ດຳ​ເນີນ​ການ​ປະ​ເມີນ​ຄືນ​ໃໝ່​ຕໍ່​ໂຄງການ​, ກິດຈະກຳ​ແລະ​ສັນຍາ​ການ​ຮ່ວມ​ມື​ທີ່​ອາ​ເມ​ລິ​ກາ, ນາ​ໂຕ​ແລະພັດ​ທະ​ມິດ​ຊ່ວຍ​ເຫຼືອຄວາມ​ປອດ​ໄພ​ສາກົນດຳ​ເນີນ​ຢູ່​ປາ​ກີ​ສະຖານ, ​ເນື້ອ​ໃນ​ຈະ​ລວມທັງ​ການທູດ, ການ​ເມືອງ, ການ​ທະຫານ​ແລະ​ຂ່າວ​ລັບເປັນ​ຕົ້ນ.

ຕໍ່​ເລື່ອງ​ນີ້, ມື້​ດຽວ​ກັນ, ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ແລະ​ນາ​ໂຕ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ຈະ​ສຳຫຼວດກວດກາ​ເບີ່​ງ​ເຫດການ​ທີ່​ເກີດ​ຂຶ້ນ​ຢ່າງ​ລະອຽດ. ພ້ອມ​ກັນ​ນັ້ນ, ກໍ່ສະ​ແດງ​ຄວາມ​ໄວ້ອາ​ໄລຢ່າງ​ສຸດ​ຊຶ້ງຕໍ່​ຜູ້​ເສຍ​ຊີວິດ​ແລະ​ຜູ້​ບາດ​ເຈັບ​ໃນ​​ເຫດການຫຼອນ​ໂຈມ​ຕີ​ທາງ​ອາກາດ​ເທື່ອ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ