ຢູ່​ແຜ່ນດິນ​​ໃຫຍ່​ຂອງ​ຈີນ, ຄູ່ຜົວ​ເມຍທີ່​ທັງ​ສອງ​ຄົນ​ລ້ວນ​ແຕ່​ເປັນ​ລູກ​ຄົນດຽວ​ໃນ​ຄອບຄົວນັ້ນ​ ສາມາດມີ​ລູກ​​ສອງຄົນ

(GMT+08:00) 2011-11-28 16:59:23     cri
ຄຽງ​ຄູ່​ກັບ​ແຂວງ​ເຮີ​ນານ​ຈີນ​ໄດ້​ຜ່ານກົດ​ຂໍ້​ກຳນົດ​ທີ່​ອະນຸຍາດ​​ໃຫ້ ຄູ່ຜົວ​ເມຍທີ່​ເປັນ​ລູກ​ຄົນ​ດຽວໃນ​ຄອບຄົວ ສາມາດມີ​ລູກ​ໄດ້​ສອງ​ຄົນ​, 31 ​ແຂວງ​ແລະ​ກຳ​ແພງ​ນະຄອນ​ຢູ່​ແຜ່ນດິນ​ໃຫຍ່​ຈີນ​ລ້ວນ​ແຕ່​ເລີ່​ມປະຕິບັດ​ນະ​ໂຍບາຍ​ດັ່ງກ່າວ.

ອີງ​ຕາມການ​ຕົກລົງ​ກ່ຽວ​ກັບ​ການ​ດັດ​ແປງ "ກົດ​ຂໍ້​ກຳນົດ​ປະຊາກອນ​ກັບການ​ວາງແຜນ​ຄອບຄົວ​ແຂວງ​ເຮີ​ນານ" ທີ່​ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຂວງ​ເຮີ​ນານ​ຕົກລົງ​ໃນ​ວັນ​ທີ 25 ພະຈິກ​ນີ້, ຢູ່​ແຂວງ​ເຮີ​ນານ, ຖ້າ​ຄູ່ຜົວ​ເມຍ​ໃດ​ທີ່​ທັງ​ສອງ​ຄົນ​ລ້ວນ​ແຕ່​ເປັນ​ລູກ​ຄົນດຽວ​ໃນ​ຄອບຄົວ, ຢາກ​ມີ​ລູກ​ສອງ​ຄົນ, ​ເມື່ອ​ໄດ້​ຜ່ານ​ການ​ອະນຸຍາດ​ແລ້ວ, ກໍ່​ສາມາດ​ມີ​ລູກ​ຜູ້​ທີ​ສອງ​ໄດ້. ຖ້າ​ຜົວ​ເມຍ​ສອງ​ຄົນ​ລ້ວນ​ແຕ່​ແມ່ນ​ຊາວ​ກະສິກອນ, ມີ​ລູກ​ຜູ້ຍິງ​ຜູ້​ດຽວ, ຢາກ​ເອົາ​ລູກ​ຜູ້​ທີສອງ​ນັ້ນ, ​ຕ້ອງ​ໄດ້ຜ່ານ​ການ​ອະນຸຍາດ​​ເສຍ​ກ່ອນ​ຈຶ່ງ​ສາມາດມີ​ລູກ​ຜູ້​ທີ​ສອງ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ