10ປີ​ຂ້າງ​ໜ້າ​ນີ້​ຍອດ​ປະລິມານ​ການ​ນຳໃຊ້​ນ້ຳຂອງ​ຂະ​ແໜງ​ການ​ກະສິກຳ​ຈີນ​ຈະ​ບໍ່​ເພີ່ມ​ຂຶ້ນ

(GMT+08:00) 2011-11-28 15:02:02     cri
ຫວ່າງ​ມໍ່ໆ​ມາ​ນີ້, ​ເຈົ້າ​ໜ້າ​ທີ່​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງ​ຈີນ, 10ປີ​ຂ້າງ​ໜ້າ​ນີ້, ຈີນ​ຈະ​ອອກ​ແຮງ​ພັດທະນາ​ຊົນລະ​ປະທານ​ແບບ​ປະຢັດ​ນ້ຳ, ຍາດ​ແຍ່ງ​ໃຫ້​ຍົກ​ສະມັດ​ຕະພາບ​ຊົນລະປະທານ​ໃຫ້​ສູງ​ກວ່າ55%​ໃນ​ປີ2020, ຍອດ​ປະລິມານ​ການໃຊ້​ນ້ຳຂອງ​ຂະ​ແໜງ​ການ​ກະສິກຳ​ຈີນ​ຈະ​ບໍ່​ເພີ່ມ​ຂຶ້ນ.

ຕາມ​ຂ່າວ​ແຈ້ງວ່າ, ​ໃນ​ໄລຍະປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ5​ປີ​ຄັ້ງ​ທີ11​ຂອງຈີນ, ​ເນື້ອ​ທີ່​​ໂຄງການຊົນລະປະທານ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ6ລ້ານ1​ແສນ3​ໝື່ນກວ່າ​ເຮັກຕາ, ສາມາດ​ປະຢັດ​ນ້ຳ15​ຕື້​ກວ່າ​ແມັດ​ກ້ອນ, ​ໃນ​ຂະນະດຽວ​ກັນ, ກໍ​ສາມາດຮັບປະກັນ​ເຮັດ​ໃຫ້ການ​ຜະລິດ​ທັນ​ຍາ​ຫານ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ກໍ​ໄດ້​ບັນລຸ​ໃຫ້​ຍອດ​ປະລິມານການ​ນຳ​ໃຊ້​ນ້ຳ​ບໍ່​​ໃຫ້ເພີ່ມ​ຂຶ້ນ. 10ປີ​ຂ້າງ​ໜ້າ​ນີ້, ຈີນ​ຈະ​ສ້າງ​ເຂດລະບາຍ​ນ້ຳ​ໃໝ່​ຢູ່​ທ້ອງ​ຖິ່ນ​ທີ່​ມີ​ຊັບ​ພະຍາກອນ​ນ້ຳ​ເອື້​ອອຳນວຍ, ສູ້​ຊົນ​ເຮັດ​ໃຫ້​ເນື້ອ​ທີ່​ນາລະບາຍ​ນ້ຳ​ຫຼາຍ​ກວ່າ6ລ້ານ6​ແສນ​​ເຮັກຕາ​​ໄດ້​ຮັບ​ການສະ​ສະໜອງ​ນ້ຳ​ຢ່າງ​ພຽງພໍ​ໃນ​ປີ2020. ພ້ອມ​ກັນ​ນັ້ນ, ກໍ​ອອກ​ແຮງ​​ເຜີຍ​ແຜ່​ເຕັກນິກ​ປະຢັດ​ນ້ຳ​ໃໝ່, ຜ່ານ​ຈາກ​ຄວາມ​ພະຍາຍາມ​ເປັນ​ເວລາ10​ປີ, ​ໄດ້ປ່ຽນ​ແປງ​ສະພາບ​ການ​ທີ່ຂະ​ແໜງ​ການ​ກະສິກຳທີ່ອາ​ໄສ​ພຽງ​ແຕ່​ນ້ຳ​ຝົນ​​ໄດ້​ໃນ​ຂັ້ນ​ພື້ນຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ