ທ່ານ​ປູ​ຕິນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຕົວ​ແທນ​ລົງ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ໂຮມ​ຣັດ​ເຊຍ​ເປັນ​ເອ​ກະ​ພາບ

(GMT+08:00) 2011-11-28 17:14:37     cri
ວັນ​ທີ27​ພະຈິກ​ນີ້,​ໃນ​ກອງ​ປະຊຸມ​ຜູ່​ແທນ​ຂອງ​ພັກ​ໂຮມຣັດ​ເຊ​ຍ​ເປັນ​ເອກະພາບ, ທ່ານ​ວຼາດີ​ເມຍ ປູ​ຕິນ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຕົວ​ແທນ​ຂອງ​ພັກ​ໃນ​ການ​ລົງ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຢ່າງ​ເປັນ​ທາງ​ການ.​ນີ້​ໝາຍ​ຄວາມ​ວ່າ​ທ່ານ​ປູ​ຕິນ​ຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມີ​ນາ​ປີ​ໜ້າ​ໃນ​ຖານະ​ເປັນ​ຜູ່​ນຳ​ຂອງ​ພັກ​ການ​ເມືອງ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຣັດ​ເຊຍ.

ໃນ​ກອງປະຊຸມ​ຜູ່​ແທນ​ຂອງ​ພັກ​ໂຮມຣັດ​ເຊຍ​ເປັນ​ເອກະ​ພາບທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ27​ພະຈິກ​ນີ້,ທ່ານ​ປູ​ຕິນ​ໄດ້​ຮັບ​ຖາ​ນະ​ເປັນ​ຕົວ​ແທນ​ຂອງ​ພັກ​ໃນ​ການ​ລົງ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຣັດ​ເຊຍ​ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ເປັນ​ເອກະ​ພາບ​614​ສຽງ,​ໂດຍ​ບໍ່​ມີ​ສຽງ ຄັດ​ຄ້ານ.

ກ່ອນການ​ປ່ອນ​ບັດ,ທ່ານ​ດີ​ມີ​ຕຼີ ​ເມັດ​ເວ​ເດັຟ,ປະທານາ​ທິ​ບໍ​ດີ​ຣັດ​ເຊຍ​ຄົນປະຈຸ​ບັນ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ທ່ານ​ປູ​ຕິນ​ວ່າ​ແມ່ນ​ນັກ​ການ​ເມືອງ "ຜູ່​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ​ທີ່​ສຸດ,​ມີ​ບົດ​ຮຽນ​ຫຼາຍ​ທີ່​ສຸດ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫຼາຍ​ທີ່​ສຸດ"​ຂອງ​ຣັດ​ເຊຍ​ໃນ​ປະ​ຈຸ​ບັນ​ນີ້.​ທ່ານ​ປູ​ຕິນ​ຮຽກ​ຮ້ອງ​ໃຫ້​ຜູ່​ມີ​ສິດ​ເລືອກ​ຕັ້ງ​ຈົ່ງ​ສະ​ໜັບ​ສະ​ໜູນ​ພັກ​ໂຮມ​ຣັດ​ເຊຍ​ເປັນ​ເອ​ກະ​ພາບ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ດູ​ມາ​ແຫ່ງ​ຊາດ​ສະ​ໄໝ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ