ຝ່າຍ​ຕ່າງໆ​ຄອງ​ຄອຍ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຈະ​ຢ່ວງ​ບາດ ກ້າວ​ອັນ​ໜັກ​ແໜ້ນ​ຢູ່​ເດີ​ບານ

(GMT+08:00) 2011-11-28 17:19:31     cri
ຕາມ​ຂ່າວCRI:ຕອນ​ເຊົ້າວັນ​ທີ28ພະຈິກ​ນີ້,ກອງ​ປະຊຸມ​ຝ່າຍ​ຕ່າງໆເຊັນ​ສັນຍາ​ຄັ້ງທີ17​ຂອງ​ສົນທິສັນ ຍາ​ຂອບ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໄຂ​ຂຶ້ນ​ຢູ່​ເດີ​ບານ​,​ເມືອງ​ທ່າ​ກ່ຳ​ປັ່ນ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ຝຼິ​ກາ​ໃຕ້.​ເຖິງ​ວ່າ​ຝ່າຍ​ຕ່າງໆ​ມີ​ຄວາມ​ປາ​ຖະ​ໜາ​ຕ່າງ​ກັນ​ກໍ່​ຕາມ,​ແຕ່​ກໍມີ​ຄວາມ​ຫວັງ​ອັນ​ດຽວ​ກັນ,​ນັ້ນ​ກໍ່​ຄື:​ຢາກ​ໃຫ້​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່ວງ​ບາດ​ກ້າວ​ອັນ​ໜັກ​ແໜ້ນຢູ່​ເດີ​ບານ.

ຢູ່​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ເດີ​ບານ​ໃນ​ວັນ​ທີ27​ພະ​ຈິກ​ນີ້,​ຜູ່​ແທນ​ການ​ເຈ​ລະ​ຈາ​ຂອງ​ຄະ​ນະ​ຜູ່​ແທນ​ສະ​ຫະ​ພາບ​ເອີ​ຣົບ​ກ່າວ​ວ່າ,​ສະ​ຫະ​ພາບ​ເອີ​ຣົບ​ຫວັງ​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ນີ້​ປະ​ຕິ​ບັດ​ຕາມ​ຜົນ​ຂອງ​ສັນ​ຍາ​ຄັນ​ຄູນ​ຢ່າງ​ແທ້​ຈິງ,​ເປີດ​ມູນ​ນິ​ທິ​ດິນ​ຟ້າ​ອາ​ກາດ​ສີ​ຂຽວ,​ພ້ອມ​ກັນ​ນັ້ນ,​ກໍ່​ຫວັງ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ການ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ທີ່​ມີ​ຜົນ​ບັງ​ຄັບ​ໃຊ້.

ບັນດາປະ​ເທດ​ທີ່​ພວມ​ພັດທະນາ​ມີ​ທ່າທີ​ຢ່າງ​ເດັດດ່ຽວ​ໃນ​ການ​ເຊັນ​ອະນຸ​ສັນຍາ​ກຽວ​ໂຕ​ໄລຍະ​ທີ​ສອງ.

ທ່ານ​ທອດ​ ສເຕີນ,​​ທູດ​ພິ​ເສດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິາ​ເຫັນ​ດີ​ສ້າງ​ຕັ້ງ​"ມູນ​ນິ​ທິ​ດິນ​ຟ້າ​ອາ​ກາດ​ສີ​ຂຽວ",​ແຕ່​ວ່າ,​ປະ​ຕູ​ຂອງ​ການ​ສ້າງ​ຕັ້ງ​ມູນ​ນິ​ທິ​ນີ້​ບໍ່​ພຽງ​ແຕ່​ເປີດ​ຕໍ່​ປະ​ເທດ​ທີ່​ໄດ້​ພັດ​ທະ​ນາ​ແລ້ວ​ທໍ່​ນັ້ນ,​ແຕ່​ຍັງ​ເປີດ​ຕ້ອນ​ຮັບ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ແລະ​ອົງ​ການ​ທຸ​ລະ​ກິດ​ເອ​ກະ​ຊົນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ