ສັນນິບາດ​ອາ​ລັບ​ຕົກລົງລົງ​ໂທດ​ຕໍ່​ຊີຣີ​ໃນ​ທັນທີ

(GMT+08:00) 2011-11-28 11:32:51     cri

ວັນ​ທີ 27 ພະຈິກ​ນີ້, ຫຼັງ​ຈາກ​ຈັດ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ​ເລີ​ແກຂອງ​ເອຢິບ, ລັດຖະມົນຕີ​ການ​ຕ່າງປ​ະ​ເທດ​ສັນ​ນິບາດ​ອາ​ລັບ​ຕົກລົງລົງ​ໂທດ​ຕໍ່​ຊີຣີ​ໃນ​ທັນທີ.

ໃນ​ກອງ​ປະຊຸມ​ຂ່າວ,ທ່ານ​ຮາ​ມາດ ບິນ ກາ​ລິ​ຟາ ອານ-ທານີນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກາ​ຕາ​ໄດ້​ປະກາດມະຕິລົງ​ໂທດຕໍ່​ຊີຣີ. ມະຕິ​ດັ່ງກ່າວ​ນອກຈາກ​ອີຣັກ ​ແລະ ລີ​ບັງ​ແລ້ວ​ມ​​ແມ່ນ ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ 19 ປະ​ເທດ​ໃນ 22 ​ປະ​ເທດ​ສະມາຊິກ​ສັນນິບາດ​ອາ​ລັບ ​.

ທ່ານ​ນາ​ບິ​ວ ​ເອວ-ອາ​ລັບ ​ເລຂາທິການ​ໃຫຍ່​ສັນນິບາດ​ອາ​ລັບ​ກ່າວ​ວ່າ, ການ​ລົງ​ໂທດ​ທາງ​ເສດຖະກິດ​ຕໍ່​ຊີຣີລວມມີຫຼາຍດ້ານ, ມີຈຸດປະສົງ​​ໃນ​ການ​ຢຸດຕິ​​ເຫດການ​ນອງ​ເລືອດ​ຢູ່ຊີຣີ, ​ມີບາງ​ປະ​ເທດ​ໄດ້​ສະ​ເໜີ​​ໃຫ້​ດດຳ​ເນີນການ​ລົງ​ໂທດ​ທາງ​ການ​ເມືອງ​​ໃນ​ຂັ້ນ​ຕໍ່​ໄປ. ທ່ານ​ເອວ-ອາ​ລັບ​ກ່າວ​ວ່າ, ການ​ລົງ​ໂທດມີ​ຈຸດປະສົງ​​ເພິ່ມຄວາມ​ກົດ​ດັນຕື່ມ​ອີກ​ຕໍ່​ລັດຖະບານ​ຊີຣີ. ສັນນິ​ບາດ​ອາ​ລັບ​ຈະ​ພິຈາລະນາ​ຜົນ​ສະທ້ອນ​ທາງ​ສັງຄົມ​ຫຼັງ​ຈາກ​ປະຕິບັດ​ການ​ລົງ​ໂທດ, ​ແລະ​ອອກ​ແຮງ​​ເພິ່ມທະວີ​ສະກັດ​ກັ້ນບໍ່​ໃຫ້ອິດ​ທິພົນ​ຈາກ​ພາຍ​ນອກ​ເຂົ້າ​ແຊກ​ແຊງ​ຕໍ່​ສະຖານະ​ການ​ພາຍ​ໃນ​ຂອງ​ຊີຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ