ປາ​ກີ​ສະຖານ​ຈະ​ບໍ່ຍົກ​ເລີກ​ການ​​ຮຽກ​ຮ້ອງ​ໃຫ້​ກອງ​ທະຫານ​ອາ​ເມ​ລິ​ກາ​ຖອນ​ອອຈາກ​ຖານທັບ​ອາກາດ​ຂອງ​ປາ​ກີ​ສະຖານ

(GMT+08:00) 2011-11-29 14:56:08     cri
ວັນ​ທີ28ພະຈິກ​ນີ້, ທ່ານ​​ຊິກ ​ໂມ​ຮາ​ເມັດ ບິນ ຊາ​ເຢັດ ອານ​ນາ​ຢັນ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງສະຫະລັດອາ​ລັບ​ເອມີ​ເຣດ​ໄດ້​​ເດີນທາງ​ໄປ​ນະຄອນຫຼວງ​ອິສລາມາ​ບັດ​ຂອງ​ປາ​ກີ​ສະຖານ,​ແລະ​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ ອາຊີ​ຟ ​ອາລີ​ຊາດາຣີ, ປະທານາທິບໍດີ​ປາ​ກີ​ສະຖານ. ຂ່າວ​​ແຈ້ງວ່າ,ທ່ານ​ຮຽກຮ້ອງ​ໃຫ້​ທ່ານ​ ອາຊີ​ຟ ອາ​ລີ​ຊາດາຣີຍົກ​ເລີກ​ການ​ຕັດສິນ​ທີ່​ຮຽກຮ້ອງ​ໃຫ້​ກອງ​ທະຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ຖານ​ທັບ​ອາກາດ​ຊາມ​ຊີຂອງ​ປາ​ກີ​ສະຖານ​ຕາມ​ເວລາ​ກຳນົດ.

ວັນ​ທີ28ພະຈິກ​ນີ້, ທ່ານ​ຢາງ​ເຈ​ສື້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ລົມ​ໂທ​ລະ​ສັບ​ກັບ​ທ່ານ​ນາງ​ຮິ​ນາ ຣັບບາ​ນີ ຄາ,ລັດຖະມົນ​ຕີ​ວ່າກາ​ນກະຊວງ​ການ​ຕ່າງປະ​ເທດ​ປາ​ກີ​ສະຖານ​ກ່ຽວ​ກັບ​ເຫດການດ່ານກວດກາ​ເຂດ​ຊາຍ​ແດນຂອງ​ປາ​ກີ​ສະຖານ​ຖືກ​ຫຼອນ​ໂຈມ​ຕີ. ທ່ານ​ຢາງ​​ເຈ​ສື້ກ່າວ​ວ່າ,ຈີນ​ຮູ້ສຶກ​ຕື່ນ​ຕົກ​ໃຈ​ຫຼາຍ​ຕໍ່​ເລື່ອງ​ນີ້,​ແລະ​ເຫັນ​ວ່າ​ເຫດການ​ທີ່​ໜັກ​ໜ່ວງ​ນີ້​ຄວນ​ໄດ້​ຮັບ​ການ​ສືບ​ສວນ​ຢ່າງ​ຈະ​ແຈ້ງ. ຈີນ​ເດັດດ່ຽວ​ສະໜັບ​ສະ​ໜູນຄວາມ​ພະຍາຍາມ​ຂອງ​ປາ​ກີ​ສະຖານ​ມາ​ໂດຍ​ຕະຫຼອດ​ໃນ​ການ​ປົກ​ປ້ອງ​​ເອກະລາດ​ແຫ່ງ​ຊາດ,ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ.

ວັນ​ທີ28ພະຈິກ​ນີ້,ກະຊວງ​ການ​ຕ່າງປະ​ເທດ​​ຣັດ​ເຊຍ​ໄດ້ອອກ​ຖະ​ແຫຼ​ງການວ່າ,ຣັ​ດ​ເຊຍ​ຮຽກຮ້ອງ​ກອງທັບນາ​ໂຕ​ທີ່ປະຈຳ​ຢູ່ອັຟກາ​ນີສະຖານສືບສວນຕໍ່​ເລື່ອງ​ນີ້​​ໃຫ້ຈະ​ແຈ້ງ,ຣັດ​ເຊຍ​ເດັດດ່ຽວ​ບໍ່ອະນຸຍາດ​ໃຫ້ປະ​ເທດ​ທີ່​ກ່ຽວຂ້ອງທຳລາຍ​ອະທິປະ​ໄຕ​ຂອງ​ປະ​ເທດ​ອື່ນ​ໃນ​ຂະ​ບວນການຈັດ​ວາງ​ແຜນການ​ການ​ເຄື່ອນ​ໄຫວ​ຕ້ານການ​ກໍ່​ການ​ຮ້າຍ​​ແລະ​ການ​ປະຕິບັດ​ງານ.

ນອກ​ນີ້,ຕາມ​ສື່​ມວນ​ຊົນ​ປາ​ກີ​ສະຖານ​ລາຍ​ງານ​ໃນ​ວັນ​ທີ28ພະຈິກ​ນີ້ວ່າ, ວັນ​ທີ28ພະຈິກ​ນີ້,ອົງການ​ການ​ຮ່ວມ​ມືອິສຣາມ​ໄດ້ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ນາ​ໂຕ​ຫຼອນ​ໂຈມ​ຕີ​ດ່ານ​ກວດກາ​ຕາມຊາຍ​ແດນ​ປາ​ກີ​ສະຖານທາງ​ອາກາດ.

ວັນ​ທີ28ພະຈິກ​ນີ້, ທ່ານ​ເຈ ຄາ​ນີ, ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ນາ​ໂຕ​​ໂຈມ​ຕີດ່ານກວດກາ​ທາງ​ການ​ທະຫານ​ຂອງ​ປາ​ກີ​ສະຖານ​ແລະ​ເຮັດ​ໃຫ້ທະຫານ​ຂອງ​ປາກີ​ສະຖານ 24ຄົນ​ເສຍ​ຊີວິດ​ແມ່ນ​ໂສກ​ນາດຕະກຳ,ທຳ​ນຽບຂາວ​ໄດ້​ໃຫ້​ສັນຍາ​ວ່າ​ຈະ​ສືບສວນ​ກ່ຽວ​ກັບ​ເຫດການ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ