​ເອຢິບ​ເລີ່​ມຈັດການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ

(GMT+08:00) 2011-11-29 14:59:10     cri


(ເອຢິບເລີ່ມຈັດການເລືອກຕັ້ງສະພາປະຊາຊົນ)

ຕາມ​ຂ່າວcri: ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ຂອງເອຢິບ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ28ພະຈິກ​ນີ້​ຕາມ​ເວລາ​ກຳນົດ.

ການ​ເລືອກຕັ້ງ​ສະພາ​ປະຊາຊົນ​​ເທື່ອ​ນີ້​ກໍ່​ແມ່ນ​ການ​ເລືອກ​ຕັ້ງສະພາ​ຕ່ຳ ຊຶ່ງ​ເປັນ​ການ​ເລືອກ​ຕັ້ງ​​ເທື່ອ​ທຳ​ອິດ​ນັບ​ແຕ່ມີການຈັດຕັ້ງ​ອຳນາດ​ການ​ປົກຄອງ​ເອຢິບຊຸດ​ໃໝ່​ເປັນ​ຕົ້ນ​ມາ. ຂ່າວ​ແຈ້ງວ່າ,ປະຊາຊົນ​ເອຢິບ​ໄດ້​ສະ​ແດງ​ຄວາມ​ຮັບຜິດຊອບ​ແລະ​ເປັນ​ເຈົ້າ​ການ​ຕໍ່​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເທື່ອ​ນີ້​ເປັນ​ຢ່າງ​ດີ,ສະຖານະ​ການຄວາມ​ຮຸນ​ແຮງ​ໃນ​ວັນ​ປ່ອນ​ບັດ​​ໄດ້​ຜ່ອນຄາຍໜ້ອຍ​ລົງ,ຈຳນວນ​ຜູ້​ປະ​ທ້ວງ​ຢູ່ສະໜາມ​ປົດ​ປ່ອຍ​ເລີ​ແກ​ໄດ້​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ. ​ແຕ່​ໃນ​ວັນ​ຈັດການ​ເລືອກ​ຕັ້ງ, ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດຈາ​ກເກາະຊິນ​ນາຂອງ​ເອຢິບຮອດ​ອິສຣາ​ແອນ​ໄດ້​​ເກີດ​ການລະ​ເບີດ2​ເທື່ອ,ນັກວິ​ເຄາະ​ເຫັນ​ວ່າ,​ເຫດການ​ດັ່ງກ່າວ​ໄດ້​ສ່ອງ​ແສງ​ໃຫ້​ເ​ຫັນ​ສະຖານະ​ການ​ໃນ​​ເອຢິບທີ່ບໍ່​ມີ​ຄວາມ​ໝັ້ນຄົງ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ